(vovworld) – ຕອນເຊົ້າວັນທີ 15/4, ຢູ່ທ່າກຳ່ປັນກອງທັບເຮືອເຂດ 3, ນະຄອນ ດ່ານັ້ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ ພ້ອມກັບທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ແລະ ການນຳບັນດາກະຊວງ, ຂະແໜງການສູນກາງ ໄດ້ເຂົ້າຮ່ວມພິທີສະເໜີຕົວກຳລັງກວດກາການປະມົງ ຫວຽດນາມ ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດຈັດຕັ້ງ. ອົງການກວດກາການປະມົງ ຫວຽດນາມ ແມ່ນກຳລັງສະເພາະກິດຂອງລັດ ປະຕິບັດໜ້າທີ່ລາດຕະເວນ, ຕິດຕາມກວດກາ, ພົບເຫັນ, ແກ້ໄຂ ແລະ ສະກັດກັ້ນບັນດາການກະທຳລະເມີດກົດໝາຍໃນເຂດທະເລແຫ່ງຊາດ. ນີ້ກໍ່ແມ່ນກຳລັງສຳຄັນເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໄພພິບັດທຳມະຊາດ, ສົມທົບກັບຊອກຫາ, ກູ້ໄພກູ້ຊີບ, ປົກປັກຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ອະທິປະໄຕເຂດທະເລຂອງປະເທດຊາດ....
ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຢືນຢັນວ່າ: ເລື່ອງສ້າງຕັ້ງກຳລັງກວດກາການປະມົງ ຫວຽດນາມ ແມ່ນເຫດການມີຄວາມໝາຍສຳຄັນຍິ່ງເພື່ອແນໃສ່ຮັບປະກັນການປະຕິບັດກົດໝາຍກ່ຽວກັບສິນໃນນ້ຳບົນທະເລ, ເປັນພື້ນຖານເພື່ອຄຸ້ມຄອງ ການຂຸດຄົ້ນ ແລະ ປົກປັກຮັກສາແຫ່ລງສິນໃນນ້ຳແບບຍືນຍົງ, ຮັບປະກັນຄວາມປອດໄພໃຫ້ມະນຸດ ແລະ ພາຫະນະເຄື່ອນໄຫວຫາສັດນ້ຳໃນເຂດທະເລ. ເມື່ອເນັ້ນໜັກເຖິງບົດບາດ, ທີ່ຕັ້ງສຳຄັນຂອງທະເລໃນວິວັດທະນາການພັດທະນາເສດຖະກິດ, ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສິ່ງແວດລ້ອມຂອງປະເທດຊາດ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຮຽກຮ້ອງວ່າ:
“ກະຊວງກະສິກຳ ແລະ ພັດທະນາຊົນນະບົດສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖີ່ນທີ່ກ່ຽວຂ້ອງ ຊາບຊຶມບັນດາແຜນນະໂຍບາຍ, ມະຕິຂອງສູນກາງ, ຊີ້ນຳກຳລັງກວດກາການປະມົງ, ຍົກສູງຄວາມຮັບຜິດຊອບ, ປະຕິບັດໜ້າທີ່ຕາມຂໍ້ກຳນົດຂອງກົດໝາຍ ຫວຽດນາມ, ກົດໝາຍສາກົນຢ່າງເດັດຂາດ ເພື່ອຮັບປະກັນການລາດຕະເວນ, ກວດກາ, ພົບເຫັນ, ປັບໄໝ, ລົງໂທດການກະທຳລະເມີດກົດໝາຍ ແລະ ກວດກາສະເພາະຂະແໜງສິນໃນນ້ຳໃນເຂດທະເລຂອງຫວຽດນາມ. ພ້ອມທັງ, ປະກອບສ່ວນໜູນຊ່ວຍ, ຊ່ວຍເຫຼືອຊາວປະມົງອຸ່ນອ່ຽນໃຈທຳການຜະລິດ, ເຂົ້າຮ່ວມການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍບົນທະເລ ແລະ ເຂົ້າຮ່ວມການປົກປັກຮັກສາອະທິປະໄຕ, ສິດຕັດສິນອັນຖືກຕ້ອງຂອງ ຫວຽດນາມ ບົນທະເລຕາເວັນອອກ ໃນສະພາບການໃໝ່ ແລະ ປະຕິບັດບັນດາຄຳໝັ້ນສັນຍາສາກົນເຊິ່ງ ຫວຽດນາມ ໄດ້ລົງນາມ ຫຼື ເຂົ້າເປັນສະມາຊິກ.”