ກຳລັງຝ່ານຄ້ານສະເໜີໃຫ້ ການຊ່ວຍເຫຼືອມະນຸດສະທຳໃຫ້ປະຊາຊົນ ຊີຣີຢ່າງປອດໄພ.

 

    ກຳລັງຝ່ານຄ້ານສະເໜີໃຫ້ ການຊ່ວຍເຫຼືອມະນຸດສະທຳໃຫ້ປະຊາຊົນ ຊີຣີຢ່າງປອດໄພ. - ảnh 1

ຊາວຊີຣີທຳການປະທ້ວງ
(ພາບ: baomoi.com)

   Vovworld-ກ່າວ​ຄຳ​ເຫັນ​ກ່ອນ​ດຳ​ເນີນ​ກອງ​ປະຊຸມ“ບັນດາ​ເພື່ອນ​ມິດ​ຂອງ​ຊີຣີ ”ຢູ່ TuyNidi​ ເມື່ອວັນ​ທີ 24 ກຸມພາ, ທ່ານ Abdullalh Turkamani ​ເຈົ້າ​ໜ້າ​ສັງກັດ​ສະພາ​ແຫ່ງ​ຊາດ ຊີຣີ ຊຶ່ງ​​ແມ່ນ​ກຳລັງຝ່າ​ຍຄ້ານ​ຢູ່​ຊີຣີ ​ໃຫ້​ຮູ້​ວ່າ : ​ໃນ​ກອງ​ປະຊຸ​ມຄັ້ງ​ນີ້, ສະພາ​ແຫ່ງ​ຊາດ ຊີຣີ ຈະ​ກະຕຸກ​ຊຸກຍູ້​ໃຫ້​ວາງ​ອອກ​ບັນດາ​ມາດ​ຕະການ​ຢ່າ​ງ ຮີບດ່ວນ​ເພື່ອ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ມະນຸດສະທຳ​ໃຫ້​ແກ່​ປະຊາຊົນ​ຊີຣີ. ທ່ານ​ຍັງ​ເນັ້ນ​ໜັ້ກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ປະກອບ​ອາວຸດ​ໃຫ້​ແກ່​ກຳລັງ​ກອງທັບ ຊີຣີ ​ເສລີ ​ແລະ ຮັບ​ຮູ້​ສະພາ​ແຫ່ງ​ຊາດ ຊີຣີ ​ແມ່ນ​ອົງການ​ຕາງໜ້າ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ຊີຣີ. ທ່ານ Abdullalh Turkamani ຍັງ​ໃຫ້​ຮູ້​ວ່າ: ສະພາ​ແຫ່ງ​ຊາດ ຊີຣີ ຈະ​ສະ​ເໜີ​ລັດ​ເຊຍ​ເກັ້ຍກອມ​ປະທານາທິບໍດີ ຊີ​ຣີ An At-Xat ອະນຸຍາດ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ດ້ວຍ​ຄວາມ​ປອດ​ໄພ, ຫຼີກ​ລ້ຽງ​ສະພາບ​ຈຳ​ເປັນ​ຕ້ອງ​ມີ​ກຳ​ລັງທະຫານ​ປົກ​ປັກ​ຮັກສາ​ເຄື່ອງ​ຊ່ວຍ​ເຫຼືອ. ​ໃນ​ຂະນະ​ນັ້ນ, ​ໃນ​ທັນທີ, ທ່ານ​ຮອງ​ເລຂາທິການ​ໃຫຍ່​ສະຫະພັນ​ອາຣັບ Ben helli ​ໄດ້​ປະຕິ​ເສດ​ການ​ໜູນ​ຊ່ວຍ​ດ້ານ​ອາວຸດ​ໃຫ້​ແກ່​ກຳລັງ​ຝ່າຍ​ຄ້ານ​ຢູ່ ຊີຣີ. ທ່ານ​ຖື​ວ່າ ກອງ​ປະຊຸມ​ຄັ້ງ​ນີ້ ​ແນ​ໃສ່​ສະໜັບສະໜູນ​ແຜນການ​ຂອງ​ບັນດາ​ປະ​ເທດ​ອາຣັບ, ​ໃນ​ນັ້ນ ມີ​ການ​ຊ່ວຍ​ເຫຼືອ​ມະນຸດສະທຳ ​ແລະ ຊຸກຍູ້​ການ​ເຈລະຈາ ​ແລະ ​ເລື່ອງໜູນ​ຊ່ວຍ​ດ້ານ​ອາວຸດ​ໃຫ້​ແກ່​ກຳລັງ​ຝ່າຍ​ຄ້ານ​ຢູ່ ຊີຣີຍິ່ງ​ເປັນ​ການ​ເຮັດ​ໃຫ້​ສະພາບ​ການ​ຂາດ​ສະຖຽນ​ລະ​ພາບ​ຕື່ມ​ອີກ.

 

ຂ່າວ/ບົດ​ອື່ນ