ກຳລັງຕ້ານກຳລັງກໍ່ການຮ້າຍ ອີຣານ ບຸກເຂົ້າເທດສະບານ Bazwaia, ພາກໃຕ້ Mosul
(ພາບ: ສຳນັກຂ່າວສານ/TTXVN)
|
(vovworld) - ວັນທີ 1/11, ບັນດາພົນທະຫານທີ່ຂຶ້ນກັບກອງທະຫານຍອດຢ້ຽມຕ້ານກໍ່ການຮ້າຍ (CST) ຂອງອີຣັກ ໄດ້ບຸກເຂົ້າສະຖານີໂທລະພາບແຫ່ງລັດຢູ່ນະຄອນ Mosul ແລະຢືດເອົາຕຶກອາຄານທີ່ສຳຄັນນີ້ຄືນໃໝ່. ຜູ້ບັນຊາການ CST, ພົນຕີ Talib Shaghati ເນັ້ນໜັກວ່າ: “ນີ້ແມ່ນສັນຍານທີ່ດີສຳລັບປະຊາຊົນນະຄອນ Mosul ຍ້ອນການບຸກໂຈມຕີປົດປ່ອຍເລີ່ມມີປະສິດທິຜົນ“. ໂດຍໄດ້ຮັບການໜູນຊ່ວຍຈາກບັນດາກຳລັງກອງທັບອາກາດ ແລະ ກອງທັບໂດຍ ອາເມລິກາເປັນຫົວໜ້າ, ກອງທັບ ອີຣັກ, ບັນດາມືປືນ Peshmerga, ຊາວ Kurd, ບັນດາກຳລັງທະຫານລາດອິດສະລາມ, ນິກາຍ Sunni ແລະ Shiite ພວມບຸກໂຈມຕີເຂົ້າ Mosul. ກອງທະຫານພິເດບຸກໂຈມຕີຈາກທິດຕາເວັນອອກຂອງນະຄອນໄດ້ຮັບຜົນຢ່າງໄວທີ່ສຸດ.