ກຽມພ້ອມໃຫ້ວັນບຸນປື້ມຫວຽດນາມຄັ້ງທີ3

ກຽມພ້ອມໃຫ້ວັນບຸນປື້ມຫວຽດນາມຄັ້ງທີ3 - ảnh 1
(ພາບປະກອບ)

(vovworld) - ​ ວັນ​ບຸນ​ປື້​ມ ຫວຽດນາມ (21/04) ຄັ້ງ​ທີ 3 ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ສົມ​ກຽດ, ມີ​ຄວາມ​ໝາຍ, ລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາ​ຄົມ, ການ​ເຄື່ອນ​ໄຫວ​ດັ່ງກ່າວ ​ໂດຍ​ຫະຊວງຖະ​ແຫຼ​ງຂ່າວ - ສື່ສານ ຈັດ​ຕັ້ງ ​ເພື່ອ​ແນ​ໃສ່​ເຊີດ​ຊູ​ຄຸນຄ່າ​ຂອງ​ປື້​ມ. ຈຸດ​ພົ້ນ​ເດັ່ນ​ຂອງ​ວັນ​ບຸນປື້​ມ ຫວຽດນາມ ຄັ້ງ​ທີ 3 ​ແມ່ນ​ງານ​ວາງສະ​ແດງ​ປື້​ມ ຊົມ​ເຊີຍ​ວັນ​ບຸນ​ປື້​ມ ຫວຽດນາມ ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 20 – 24/04 ຢູ່​ສວນສາທາລະນະ​ເອກະ​ພາບ, ຮ່າ​ໂນ້ຍ. ​ເດື່ອນພິມ​ຈຳໜ່າຍ​ປື້​ມ ​ແລະ ສັບປະດາ​ພິມຈຳໜ່າຍປື້​ມກໍ່​ໄດ້​ຈັດ​ຕັ້ງ​ໃນ​ລະຫວ່າງ​ວັນ​ທີ 01/04 – 01/05 ​ເມື່ອຕອບ​ສະໜອງ​ວັນ​ບຸນ​ປື້​ມ ຫວຽດນາມ.

           ປີ​ນີ້​ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ ​ເພື່ອ​ຊົມ​ເຊີຍ​ວັນ​ບຸນ​ປື້​ມ ຫວຽດນາມ. ​ເປີດ​ສາກ​ແມ່ນ​ພິທີ​ໄຂ​ວັນບຸນ​ປື້​ມ ຫວຽດນາມ ດຳ​ເນີນ​ໃນ​ວັນ​ທີ 20/04 ຢູ່​ສວນສາທາລະນະ ​ເອກະພາດ ຮ່າ​ໂນ້ຍ. ນອກຈາກ​ນັ້ນ, ທີ່​ນີ້​ກໍ່​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ວາງສະ​ແດງ, ​ແນະນຳ​ປື້​ມ, ພົບ​ປະ​ແລກປ່ຽນ, ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ປື້​ມ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຄົ້ນຄວ້າ, ນັກ​ຄຸ້ມ​ຄອງ​ວັດທະນະທຳ​ຫລາຍ​ທ່ານ ​ແລະ ການແນະນຳ​ປື້​ມ​ໃໝ່.

ຂ່າວ/ບົດ​ອື່ນ