ຂົງເຂດການບໍລິການຢູ່ ຫວຽດນາມ ໄດ້ດຶງດູດ ນັກລົງທຶນຍີ່ປຸ່ນ

ຂົງເຂດການບໍລິການຢູ່ ຫວຽດນາມ ໄດ້ດຶງດູດ ນັກລົງທຶນຍີ່ປຸ່ນ - ảnh 1
(ພາບປະກອບ)

(vovworld) – ​ອົງການ​ສົ່ງ​ເສີມ​ການ​ຄ້າ​ຍີ່ປຸ່ນ (JETRO) ຢູ່​ໂຕ​ກຽວ ຫາ​ກໍ່​ຈັດກ​ອງປະຊຸມ​ສຳ​ມະ​ນາ ຮຽກຮ້ອງ​ລົງທຶນ​ເຂົ້າ​ຂົງ​ເຂດ​ການ​ບໍລິການ​ຢູ່ 3 ປະ​ເທດ ຫວຽດນາມ, ຟີ​ລິບ​ປີນ ​ແລະ ອິນ​ໂດ​ເນ​ເຊຍ. ຕະຫຼາດ​ການ​ບໍລິການ​ຫວຽດນາມ, ພິ​ເສດ​ແມ່ນ​ຂົງ​ເຂດ​ດຳ​ເນີນ​ທຸລະ​ກິດ​ສະບຽງ​ອາຫານ ​ແລະ ພັດ​ຕະຄານໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ແລະ ​ຕີ​ລາຄາ​ສູງ​ຈາກ​ບັນດາ​ນັກ​ລົງທຶນ. ​ໄດ້​ມີ 4 ​ໃນ​ຈຳນວນ 6 ກຸ່ມ​ບໍລິສັດ ​ແລະ ບໍລິສັດ​ດຳ​ເນີນ​ທຸລະ​ກິດ​ໃນ​ຂົງ​ເຂດ​ການ​ບໍລິຫານ ​ແລະ ບັນດາ​ບໍລິສັດ​ຫວຽດນາມ (​ເຊິ່ງລວມມີ ກຸ່ມ​ບໍລິສັດ Vingroup, Golden Gate, ບໍລິສັດ​ໃຫຍ່​ການ​ຄ້າ ​ໄຊ່ງ່ອນ Satra ​ແລະ Takahiro Food), ​ໄດ້​ເຂົ້າ​ຮ່ວມ ​ແລະ ມີ​ບົດ​ສະ​ເໜີ​ທີ່​ກອງ​ປະຊຸມ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ຜູ້ຕາງ​ໜ້າ​ບັນດາ​ກຸ່ມ​ບໍລິສັດ, ບໍລິ​ສັດ​ຫວຽດນາມ ​​ໄດ້​​ແນະນຳ​ທ່າ​ແຮງ​ດຳ​ເນີນ​ທຸລະ​ກິດ, ​ແງ່​ຫວັງ​ຮ່ວມ​ມື ​ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ​ເຖິງ​ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ສາມາດ​ບົມຊ້ອນ​​ຍີ່ປຸ່ນ. ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸ​ມສຳ​ມະ​ນາ​ຄັ້ງ​ນີ້ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາ​ກ JETRO ​ວ່າ ​ແມ່ນ​ບັນດາ​ບໍລິສັດ​ມີ​ຄວາມ​ສະມາດ​ບົມຊ້ອນ​ອັນ​ໃຫຍ່​ຫຼວງ​ໃນ​ຂົງ​ເຂດ​ການ​ບໍລິການ, ​ແຈກ​ຢາຍ ​ແລະ ດຳ​ເນີນ​ທຸລະ​ກິດ​ດ້ານ​ສະບຽງ​ອາຫານ.

        ຢູ່​ອາ​ຊີ​ຕາ​ເວັນ​ອອກສ່ຽງ​ໃຕ້, ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ​​ເຊິ່ງບັນດາ​ວິ​ສາ​ຫະກິດ​ດຳ​ເນີນ​ການ​ບໍລິການ​ຂອງ​ຍີ່ປຸ່ນ ສະຫງວນ​ຄວາມ​ເອົາ​ໃຈ​ໃສ່ອັນ​ໃຫຍ່​ຫຼວງ ຍ້ອນ​ມີ​ບັນດາ​ຈຸດ​ທີ່​ຄ້າຍຄື​ກັນ​ດ້ານ​ວັດທະນະທຳ, ​ເຊື້ອ​ຊາດ ​ແລະ ຄວາມ​ຕ້ອງການ​ໃຊ້​ສອຍ. ບັນດາ​ວິ​ສາ​ຫະກິດ​ດຳ​ເນີນ​ການ​ບໍລິການ​ຂອງ​ຍີ​່ປຸ່ນ ກໍ່​ຢາກ​ກວມ​ເອົາ​ອັດຕາ​ສ່ວນ​ຫຼາຍ​ຢູ່ຕະຫຼາດ​ຫວຽດນາມ ​ໃນ​ສະພາບ​ທີ່​ບັນດາ​ປະ​ເທດ​ມີ​ການ​ບໍລິການ​ອັນ​ດັບ​ໜຶ່ງ​ໃນ​ໂລກ​ພວມ​ລົງທຶນ​ເຂົ້າ​ຕະຫຼາດ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ