ຂີດໝາຍຫວຽດນາມ ທີ່ງານບຸນ “ສີສັນອາຊີ” ຢູ່ເຊີແນວ ປະເທດສະວິດ
(VOVWORLD) -ການສະແດງຊຸດເສື້ອຍາວຂອງ ຫວຽດນາມ ແລະ ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງຫວຽດນາມ ຄື: ແພໄໝ, ເຄື່ອງສິລະປະຫັດຖະກຳ, ເຄື່ອງທີ່ລະນຶກ…ໄດ້ດູດດື່ມຄວາມສົນໃຈຈາກແຂກມາຢ້ຽມຊົມ.
(ພາບປະກອບ: vnembassy-praha.mofa.gov.vn)
ທີ່ງານບຸນ “ສີສັນອາຊີ” ຈັດຂຶ້ນ ຢູ່ເຊີແນວ ປະເທດສະວິດ ເມື່ອວັນທີ 20 ຕຸລາ, ການສະແດງຊຸດເສື້ອຍາວຂອງ ຫວຽດນາມ ແລະ ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງຫວຽດນາມ ຄື: ແພໄໝ, ເຄື່ອງສິລະປະຫັດຖະກຳ, ເຄື່ອງທີ່ລະນຶກ…ໄດ້ດູດດື່ມຄວາມສົນໃຈຈາກແຂກມາຢ້ຽມຊົມ.
ງານບຸນ “ສີສັນອາຊີ” ແມ່ນເຫດການໂດຍສະມາຄົມພັນລະຍາເອກອັກຄະລັດຖະທູດ ປະຈຳເຊີແນວ ສົມທົບກັບຄະນະຜູ້ຕາງໜ້າບັນດາປະເທດອາຊີ ຈັດຂຶ້ນ. ວັດທະນະທຳທີ່ມີຫຼາຍຮູບຫຼາຍແບບຂອງພາກພື້ນອາຊີ ໄດ້ສະແດງອອກຢ່າງມີຊີວິດຊີວາ ແລະ ເຕັມໄປດ້ວຍສີສັນ ທີ່ງານບຸນດັ່ງກ່າວ ຜ່ານການສະແດງຊຸດອາພອນປະຈຳຊາດ, ການສະແດງດົນຕີ, ສິລະປະ, ງານວາງສະແດງຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບ, ເຄື່ອງທີ່ລະນຶກ ແລະ ແນະນຳອາຫານເຍື່ອງຕ່າງໆຂອງບັນດາປະເທດ.