ຂີດໝາຍໃໝ່ ໃນການເພີ່ມທະວີການພົວພັນສອງຝ່າຍ ລະຫວ່າງ ຫວຽດນາມ ກັບ ໂມຊຳບິກ ແລະ ອາຟຣິກາໃຕ້
(VOVWORLD) - ວັນທີ 17 ກັນຍາ ທີ່ຜ່ານມາ, ທ່ານ ນາງ ຫວໍທິແອັ້ງຊ໋ວນ ຮອງປະທານປະເທດ ຫວຽດນາມ ໄດ້ເດີນທາງກັບມາເຖິງ ຫວຽດນາມ, ສຳເລັດການຢ້ຽມຢາມ ໂມຊຳບິກ ແລະ ອາຟຣິກາໃຕ້ ຢ່າງເປັນທາງການແຕ່ວັນທີ 10-17 ກັນຍາ. ທ່ານ ນາງ ເລທິທູຮັງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຕິດຕາມທ່ານນາງຮອງປະທານປະເທດ, ຕອບສຳພາດນັກຂ່າວ ກ່ຽວກັບຜົນການຢ້ຽມຢາມໃນຄັ້ງນີ້.
ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັ້ງຊ໋ວນ ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ໂມຊຳບິກ Filipe Nyusi (ພາບ: TTXVN) |
ເມື່ອເວົ້າເຖິງຄວາມໝາຍຂອງການເດີນທາງຢ້ຽມຢາມ ໂມຊຳບິກ ແລະ ອາຟຮິກາໃຕ້ ຢ່າງເປັນທາງຂອງ ທ່ານ ນາງ ຫວໍທິແອັ້ງຊ໋ວນ ຮອງປະທານປະເທດ ຫວຽດນາມ, ທ່ານ ນາງ ເລທິທູຮັງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ການຢ້ຽມຢາມແມ່ນມີຄວາມໝາຍສຳຄັນຫຼາຍຢ່າງຕໍ່ກັບ ຫວຽດນາມ ແລະ ສອງປະເທດເພື່ອນມິດ, ກາຍເປັນຂີດໝາຍໃໝ່ໃນການເພີ່ມທະວີການພົວພັນສອງຝ່າຍ, ເປັນຄັ້ງທຳອິດທີ່ການນຳຂັ້ນສູງ ຫວຽດນາມ ຢ້ຽມຢາມ ໂມຊຳບິກ ໃນຮອບ 7 ປີ ແລະ ອາຟຣິກາໃຕ້ ໃນຮອບ 4 ປີ.
ກ່ຽວກັບໝາກຜົນທີ່ພົ້ນເດັ່ນຂອງການຢ້ຽມຢາມທີ່ສຳຄັນນີ້, ທ່ານ ນາງ ເລທິທູຮັງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ການຢ້ຽມຢາມປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ລະຫວ່າງ ຫວຽດນາມ ກັບ ໂມຊຳບິກ ແລະ ອາຟຣິກາໃຕ້ ຍິ່ງຂຶ້ນ. ໂມຊຳບິກ ແລະ ອາຟຣິກາໃຕ້ ໃຫ້ຄຳໝັ້ນສັນຍາວ່າ ຈະເປັນປະຕູເພື່ອໃຫ້ ຫວຽດນາມ ຮ່ວມມືກັບ ສະຫະພາບອາຟຣິກາ (AU) ແລະ ເຂົ້າເຖິງຕະຫຼາດຂອງອາຟຣິກາ. ການຢ້ຽມຢາມ ໂມຊຳບິກ ແລະ ອາຟຣິກາໃຕ້ ຂອງ ທ່ານ ນາງ ຫວໍທິແອັ້ງຊ໋ວນ ຮອງປະທານປະເທດ ຫວຽດນາມ ໄດ້ສຳເລັດຢ່າງຈົບງາມໃນທຸກດ້ານ.