ຂໍ້ຕົກລົງດ້ານນິວເຄຼຍລະຫວ່າງອີຣານກັບກຸ່ມP5 + 1ຈະເພີ່ມທະວີສະຖຽນລະພາບໃນພາກພື້ນ


ຂໍ້ຕົກລົງດ້ານນິວເຄຼຍລະຫວ່າງອີຣານກັບກຸ່ມP5 + 1ຈະເພີ່ມທະວີສະຖຽນລະພາບໃນພາກພື້ນ - ảnh 1
ປະ​ທາ​ນາ​ທິ​ບໍ​ດີອີ​ຣານ Hassan Rouhani

(vovworld)- ສຳ​ນັກ​ຂ່າວ​ສານ​ແຫ່ງ​ລັດ IRNA ຂອງ​ອີ​ຣານ ໃຫ້​ຂ່າວ​ເມື່ອ​ວັນ​ທີ 17/7 ວ່າ ປະ​ທາ​ນາ​ທິ​ບໍ​ດີອີ​ຣານ Hassan Rouhani ເວົ້າ​ວ່າ ຂໍ້​ຕົກ​ລົງ​ດ້ານ​ນິວ​ເຄຼຍ​ລະ​ຫວ່າງ​ອີ​ຣາ​ນ​ກັບ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ໂລກ - ກຸ່ມ P5 + 1 ຈະ​ຊຸກ​ຍູ້​ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ. ກ່າວ​ຄຳ​ເຫັນ​ທາງ​ໂທ​ລະ​ສັບ​ກັບ​ກະ​ສັດໂອ​ມານ,  ປະ​ທາ​ນາ​ທິ​ບໍ​ດີ Hassan Rouhani ຊີ້​ແຈ້ງວ່າ ຂໍ້​ຕົກ​ລົງ​ທີ່​ຫາ​ລົງ​ນາມ​ເມື່ອ​ວັນ​ທີ 14/7 ຢູ່​ວຽນ​ປະ​ເທດ​ໂອ​ຕະ​ລິດ ຈະ​ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ ແລ​ະ ການ​ຮ່ວມ​ມື​ລະ​ຫວ​່າງ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ. ປະ​ທາ​ນາ​ທິ​ບໍ​ດີອີ​ຣານ Hassan Rouhani ປາດ​ຖະ​ໜາ​ວ່າ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ ຈະ​ທົດ​ແທນ​ການນອງ​ເລືອດ​ຢູ່​ພາກ​ພື້ນນີ້.

ຂ່າວ/ບົດ​ອື່ນ