ຂໍ້ຕົກລົງນິວເຄຼຍຢູ່ອີຣານເບື້ອງຕົ້ນຜ່ານສິ່ງກີດຂວາງຈາກສະພາສູງອາເມລິກາ
ພາບປະກອບ:internet
|
(vovworld)- ຄວາມມານະພະຍາຍາມຂອງພັກສາທາລະນະ ເພື່ອເຮັດໃຫ້ຂໍ້ຕົກລົງນິວເຄຼຍຂອງ ອີຣານ ຖືກຜົນສະທ້ອນໃນການປ່ອນບັດຢູ່ ສະພາສູງ ອາເມລິກາ ເມື່ອຄ່ຳຄືນວັນທີ 10/9. ນີ້ໄດ້ຮັບຖືວ່າ ແມ່ນໄຊຊະນະສຳຄັນ ກ່ຽວກັບນະໂຍບາຍການທູດສຳລັບປະທານາທິບໍດີ ອາເມລິກາ B. Obama. ດ້ວຍບັດຄ້ານ 58 ບັດ ແລະ ບັດເຫັນດີ 42 ບັດ, ສະພາສູງ ອາເມລິກາ ໂດຍພັກສາທາລະນະ ກວມສ່ວນຫລາຍ ໄດ້ຄັດຄ້ານການເປີດຊ່ອງທາງໃຫ້ການປະທະກັນ ກ່ຽວກັບຮ່າງກົດໝາຍດັ່ງກ່າວ. ສິ່ງນີ້ໝາຍຄວາມວ່າ ດ້ວຍເລື່ອງຝ່າຍຄັດຄ້ານຂໍ້ຕົກລົງນິຍເຄຼຍ ອີຣານ ບໍ່ເຕົ້າໂຮມຄົບ 60 ບັດທີ່ຈຳເປັນເພື່ອຊຸກຍູ້ມະຕິຄັດຄ້ານຂໍ້ຕົກລົງນີ້. ໃນຖະແຫລງການ, ປະທານາທິບໍດີ ອາເມລິກາ B. Obama ໄດ້ເນັ້ນຫນັກລັກສະນະປະຫວັດສາດຂອງການປອ່ນບັດເລືອກຕັ້ງຄັ້ງນີ້ ແລະ ຖືວ່າ ນີ້ແມ່ນໄຊຊະນະດ້ານການທູດ ບໍ່ພຽງແຕ່ສຳລັບຄວາມສະຫງົບແຫ່ງຊາດ ອາເມລິກາ ເທົ່ານັ້ນ ຫາກຍັງຄວາມສະຫງົບ ແລະ ຄວາມປອດໄພຂອງທົ່ວໂລກອີກດ້ວຍ.