ຂໍ້ຕົກລົງຢຸດຍິງລະຫວ່າງ Israel ແລະ ບັນດາຝ່າຍຕ່າງໆຂອງ Palextin ມີຜົນສັກສິດ

ຂໍ້ຕົກລົງຢຸດຍິງລະຫວ່າງ Israel ແລະ ບັນດາຝ່າຍຕ່າງໆຂອງ Palextin ມີຜົນສັກສິດ - ảnh 1
ລົດໂອໂຕຄັນໜຶ່ງ ຂອງ Israel ຖືກລູກຈະຫຼວດ
(ພາບ: dantri.com.vn)

(vovworld) - ວັນ​ທີ 14/3, ​ພາຍຫຼັງ Israel ​ແລະ ຝ່າຍ​ຕ່າງໆຂອງ Palextin ຢູ່​ເຂດ Gaza ​ໄດ້​ເຫັນ​ດີ​ເປັນ​ເອກະສັນກັນ​​ໃນ​ຂໍ້​ຕົກລົງຢຸດ​ຍິງ​ເປັນ​ເວລາ1 ວັນ, Israel  ​ໄດ້​ຢຸດຕິ​​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຄັ້ງ​ຕ່າງໆໃນ​ຂະນະ​ທີ່​ບັນ​ດາ​ເຫດການ​ຍິງ​ລູກ​ຈະ​ຫຼວດ​ຂອງ​ບັນດາ​ມື​ປືນ ປາ​​ແລດ​ຕີນ ​ໄດ້​ຫຼຸດ​ລົງ​ຫຼາຍພໍ​ສົມຄວນ. ມີສັນຍາ​ນໜຶ່ງ​​ໄດ້ຊີ້ໃຫ້​ເຫັນ​ຊີວິດ​ການ​ເປັນ​ຢູ່​​ໄດ້​ກັບ​ຄືນ​ສູ່​ສະພາບ​ປົກກະຕິ, ນັ້ນ​ແມ່ນບັນດາ​ເທ​ດສະບາ​ນ​ເມືອງ ​ແລະ ນະຄອນ​ຢູ່​ພາກ​ໃຕ້ Israel ​ໄດ້​ປະກາດ​ແຜນການ​ເປີດ​​​ໂຮງຮຽນ​ແຫ່ງ​ຕ່າງໆ. ປະຈຸ​ບັນ, ບັນດາ​ການ​ກະທຳ​ຂອງ 2 ຝ່າຍ​ໄດ້​ຮັບ​ການ​ສັງ​ເກດ​ຢ່າງ​ລະມັດລະວັງ, ຍ້ອນ​ບັນດາ​ຂໍ້​ຕົກລົງ​ຢຸດ​ຍິງ​ທີ່​ບັນລຸ​ໄດ້​ກ່ອນ​ໜ້າ​ນັ້ນ​ຖືກ​ທຳລາຍ​ພາຍຫຼັງການ​ລົງ​ນາມ 1 ຫຼື 2 ວັນ​​.

ຂ່າວ/ບົດ​ອື່ນ