ຂໍ້ຕົກລົງຮ່ວມມືມິດຕະພາບລະຫວ່າງຫວຽດນາມ - ກູບາ

ຂໍ້ຕົກລົງຮ່ວມມືມິດຕະພາບລະຫວ່າງຫວຽດນາມ - ກູບາ - ảnh 1
ພາບປະກອບ

(vovworld) - ຕອນ​ບ່າຍ​ວັນ​ທີ 8/4, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະ​ຖາ​ບັນ​ກູ​ບາ​ມິດຕະພາບ​ກັບ​ປະຊາ​ຊາດ ​ໄດ້​ລົງ​ນາມ​ໃນ ຂໍ້​ຕົກລົງ​ຮ່ວມ​ມື​ມິດຕະພາບລະຫວ່າງ​ສອງ​ອົງການ. ຕາມ​ນັ້ນ​ແລ້ວ, ຈະ​ສຸມ​ໃສ່​ບັນດາ​ເນື້ອ​ໃນ​ຄື: ສະໜັບສະໜູນ​ປະຊາຊົນ​ກູ​ບາ​ໃນ​ການ​ຕໍ່ສູ້​ຕ້ານ​ນະ​ໂຍບາຍ​ປິດ​ລ້ອມ​ຂວຳ້​ບາດ​ຂອງ​ອາ​ເມ​ລິ​ກາ, ສະ​ເຫຼີ​ມສະຫຼອງ​ບັນດາ​ວັນ​ບຸນ​ຂອງ​ຊາດ ​ແລະ ວັນ​ບຸນ​ອື່ນໆ​ຂອງ​ສອງ​ຊາດ, ​ເອົາ​ໃຈ​ໃສ່​ເຖິງ​ພະນັກງານ, ນັກ​ສຶກສາ ​ແລະ ອະດີດ​ນັກ​ສຶກສາ​ທີ່​ເຄີຍ​ປະຕິບັດ​ງານ, ຮຳ່ຮຽນ​ຢູ່​ສອງ​ປະ​ເທດ, ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ແລກປ່ຽນ​ຂໍ້​ມູນ​ຂ່າວ… ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ, ທ່ານ ຫວູຊວນ​ຮົ່ງ, ປະທານ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ເນັ້ນ​ໜັກ​ວ່າ: ​ເອກະສານ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ສືບ​ຕໍ່​ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ແບບ​ພິ​ເສດ​ທີ່​ເຄີຍ​ມີ​ມາ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ກູ​ບາ, ກໍ່​ຄື​ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດຕະພາບ, ຄວາມ​ສາມັກ​ຄີ​ສະໜິດ​ຕິດ​ພັນ​ລະຫວ່າງ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ