(ພາບປະກອບ)
(vovworld) - ວັນທີ 6/1 ຕາມຂໍ້ມູນຂ່າວສານຈາກສູນກາງສະພາກາແດງ ຫວຽດນາມ ໃຫ້ຮູ້ວ່າ: “ບຸນປີໃໝ່ປະຈຳຊາດປີວອກ 2016 ເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ມຸ່ງໄປເຖິງຈຸດໝາຍຂົນຂວາຍການແຜ່ບໍລິຈາກຂອງຂວັນ 1 ລ້ານພູດ ເພື່ອມອບໃຫ້ບັນດາຄອບຄົວທຸກຍາກໃນທົ່ວປະເທດ. ເພື່ອໃຫ້ຂະບວນການດັ່ງກ່າວ ໄດ້ປະຕິບັດຢ່າງມີປະສິດທິຜົນ, ທັງຊ່ວຍຄົນທຸກຍາກມີເງື່ອນໄຂຕ້ອນຮັບບຸນປີໃໝ່ປະຈຳຊາດຢ່າງເບີກບານມ່ວນຊື່ນ, ສູນກາງສະພາກາແດງ ຫວຽດນາມສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ, ປະຕູຖານຂໍ້ມູນມະນຸດສະທຳແຫ່ງຊາດ 1400 ປຸກລະດົມບັ້ນສົ່ງຂໍ້ຄວາມຜ່ານໂທລະສັບມືຖື ເພື່ອສ້າງກອງທຶນສະໜັບສະໜູນນັບແຕ່ວັນທີ 26/11/2015 – 25/14/2016 ດ້ວຍສານທີ່ວ່າ “ແຕ່ລະຂໍ້ຄວາມແມ່ນຈິດໃຈເພື່ອກັບຄົນທຸກຍາກ”