ຂົວລອງບຽນແມ່ນສ່ວນຫນຶ່ງຂອງວັດທະນະທຳຮ່າໂນ້ຍໃນອະນາຄົດ

ຂົວລອງບຽນແມ່ນສ່ວນຫນຶ່ງຂອງວັດທະນະທຳຮ່າໂນ້ຍໃນອະນາຄົດ - ảnh 1
ຂົວລອງບຽນ
ພາບ:internet


(vovworld)- ນັ້ນ​ແມ່ນ​ຂໍ້​ສັງ​ເກດ​ຂອງ​ບັນດາ​ນັກ​ຄົ້ນ​ຄ້ວາ, ນັກ​ສະຖາ​ປານີ​ກ ທີ່​ການ​ໂອ້​ລົມ​ສົນທະນາ​ພາຍ​ໃຕ້​ຫົວ​ຂໍ້ວ່າ: “ອະນຸລັກ​ຮັກສາ​ຂົວ​ລອງ​ບຽນ​ໃນ​ການ​ພັດທະນາ​ຕົວ​ເມືອງ” ຊື່​ງ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 25/2 ຢູ່ ຮ່າ​ໂນ້ຍ, ​ໂດຍ​ມະຫາວິທະຍາ​ໄລ​ຝ່າຍ​ຕາ​ເວັນ​ອອກ ຮ່າ​ໂນ້ຍຈັດ​ຕັ້ງ​ຂຶ້ນ. ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນທະນາ ມີ​ບັນດາ​ຜູ້​ຊ່ຽວຊານ​ໃນ​ຂົງ​ເຂດ​ອະນຸລັກ​ຮັກສາ​ມໍລະດົກ​ສະຖາປັດ​ຕະຍະ​ກຳ​ຕົວ​ເມືອງ ຫວຽດນາມ.  ບັນດາ​ຜູ້​ແທນ​ເນັ້ນ​ຫນັກ​ວ່າ : ຄຸ​ນຄ່າ​ ​ດ້ານ​ເຕັກ​ໂນ​ໂລ​ຊີ, ວິຈິດ​ສິນ ​ແລະ ພິ​ເສດ​ແມ່ນ​ດ້ານ​ປະຫວັດສາດຂອງຂົວ​ລອງ​ບຽນ. ຄຳ​ເຫັນ​ຂອງ​ຜູ້​ແທນສ່ວນ​ຫລາຍ​ທີ່​ການ​ໂອ້​ລົມ​ສົນທະນາ ລ້ວນ​ແຕ່​ເປັນ​ເອກະ​ພາບຕໍ່​ການ​ອະນຸລັກ​ຮັກສາ​ຮູບ​ເດີມຂົວ​ລອງ​ບຽນ​​​​ໄວ້ຄື​ເກົ່າ, ​ແລະ ​ເປັນ​ພາກສ່ວນ​ຫນຶ່ງ​ໃນ​ໂຄງ​ປະກອບ​ເຂດ​ຕົວ​ເມືອງ​​ມໍລະດົກ ​​ເພື່ອມີ​ວິທີ​ການ​ອະ​ນຸລັກ​ຮັກສາ​ໃຫ້​ເໝາະ​ສົມ.

 

 

ຂ່າວ/ບົດ​ອື່ນ