ຂະບວນການແຂ່ງຂັນອອກແຮງງານຢ່າງມີຫົວຄິດປະດິດສ້າງໃນໝູ່ກຳມະກອນ, ລັດຖະກອນຜູ້ອອກແຮງານ

(VOVWORLD) -ຕອນເຊົ້າວັນທີ 02 ກໍລະກົດ, ທີ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດຕັ້ງກອງປະຊຸມສະຫລຸບ 5 ປີ ຂະບວນການແຂ່ງຂັນອອກແຮງງານຢ່າງມີຫົວຄິດປະດິດສ້າງໃນໝູ່ກຳມະກອນ, ລັດຖະກອນຜູ້ອອກແຮງງານໄລຍະ 2012 – 2017.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຮອງລັດຖະມົນຕີກະຊວງພາຍໃນ ຫວຽດນາມ ເຈິ່ນທິຮ່າ ຫົວໜ້າຄະນະແຂ່ງຂັນມອບລາງວັນສູນກາງພັກຢືນຢັນວ່າ:

        “ຄວນເອົາໃຈໃສ່ເຖິງການຍ້ອງຍໍ, ໃນການສ້າງລະບຽບການຍ້ອງຍໍຂອງແຂວງ, ແຕ່ລະສະຫະພັນແຮງງານ ແລະ ທັງສະຫະພັນໃຫຍ່ແຮງງານ ຫວຽດນາມ. ຕ້ອງຍົກອອກມາລະບຽບລະອຽດໃນການຍ້ອງຍໍ. ຈຸດສຸມແມ່ນການຄົ້ນພົບບັນດາຕົວແບບ, ປັດໄຈໃໝ່ ໂດຍຜ່ານຂະບວນການແຂ່ງຂັນ”.

        ເນື່ອງໃນໂອກາດນີ້, ສະຫະພັນໃຫຍ່ແຮງງານ ຫວຽດນາມ ປຸກລະດົມຂະບວນການ “ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງໃນການເຄື່ອນໄຫວກຳມະບານ”.

 

ຕອບກັບ

ຂ່າວ/ບົດ​ອື່ນ