ຂະແໜງກະສິກຳຄວນສືບຕໍ່ຍົກສູງຄຸນຄ່າແລະປະສິດທິຜົນການຜະລິດຕິດພັນກັບການກໍ່ສ້າງຊົນນະບົດໃໝ່

ຂະແໜງກະສິກຳຄວນສືບຕໍ່ຍົກສູງຄຸນຄ່າແລະປະສິດທິຜົນການຜະລິດຕິດພັນກັບການກໍ່ສ້າງຊົນນະບົດໃໝ່ - ảnh 1
ພາບ​ປະ​ກອບ


(vovworld) – ຫ້ອງວ່າ​ການ​ລັດ​ຖະ​ບານ​ຫາກໍ່​ປະ​ກາດ​ຄຳ​ເຫັນ​ຊີ້​ນຳ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ທີ່ກອງ​ປະ​ຊຸມ​ສະ​ຫລຸບ​ຂະ​ແໜງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ປີ 2014 ແລະ ຜັນ​ຂະ​ຫຍາຍ​ແຜນ​ການ​ປີ 2015. ຕາມ​ການ​ຊີ້​ນຳ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລ້ວ, ໃນ​ປີ 2015, ຂະ​ແໜງ​ກະ​ສິ​ກຳ​ຄວນ​ສືບ​ຕໍ່​ຊີ້​ນຳ​ປະ​ຕິ​ບັດການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃໝ່, ຍົກ​ສູງ​ມູນ​ຄ່າ ແລະ ປະ​ສ​ິດ​ທ​ິ​ຜົນ​ການ​ຜະ​ລິດຕິດ​ພັນ​ກັບ​ການ​ກໍ່​ສ້າງຊົນ​ນະ​ບົດ​ໃໝ່. ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ຮຽກ​ຮ້ອງ​ໃຫ້​ຂະ​ແໜງ​ກະ​ສິ​ກຳ​ປ່ຽ​ນ​ໃໝ່ ແລະ ພັດ​ທະ​ນາ​ບັນ​ດາ​ຮູບ​ແບບ​ຈັດ​ຕັ້ງ​ການ​ຜ​ະ​ລິດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມອບ​ໃຫ້​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ - ການ​ຄ້າ ແກ້​ໄຂ​ບັນ​ດາ​ຮົ້​ວ​ກີດ​ຂວາງດ້ານ​ເຕັກ​ນິກ​ກ່ຽວ​ກັບ​ຕະຫຼາດ​ກັບ​ບັນ​ດາ​ປະ​ເທດ​ທີ່​​ກ່ຽວ​ຂ້ອງ​ຢ່າງ​ທັນ​ການ​ເພື່ອ​ເປີດ​ກ້​ວາງ​ຕະຫຼາດ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ຄົ້ນ​ຄ້​ວາ​ນຳ​ໃຊ້​ບັນ​ດາ​ຮົ້ວ​ກີດ​ຂວາງ​ດ້ານ​ເຕັກ​ນິກ​ເໝາະ​ສົມ​ກັບ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ເພື່ອ​ແນ​ໃສ່​ຄວບ​ຄຸມ, ສະ​ກັດ​ກັ້ນ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສະ​ບຽບ​ອາ​ຫານ​ມີ​ຄຸນ​ນະ​ພາບ​ຕ່ຳ, ບໍ່​ຮັບ​ປະ​ກັນ​ຄວາມ​ປອດ​ໄພ ແລະ ສຸ​ຂະ​ອະ​ນາ​ໄມ​ຂອງ​ອາ​ຫານ​ນຳ​ເຂົ້າ ຫວຽດ​ນາມ.

ຂ່າວ/ບົດ​ອື່ນ