ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຢ້ຽມຢາມເຮັດວຽກ,
ອວຍພອນບຸນເຕັດໝູ່ຄະນະພະນັກງານ, ຄູສອນຂະແໜງການສຶກສາ
(vovworld) – ຕອນບ່າຍວັນທີ 04/02, ຢູ່ສຳນັກງານກະຊວງສຶກສາ ແລະ ບຳລຸງສ້າງ, ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ລົງຢ້ຽມຢາມເຮັດວຽກ, ອວຍພອນບຸນເຕັດໝູ່ຄະນະພະນັກງານ, ຄູສອນ, ລັດຖະກອນ, ພາລະກອນຂະແໜງການສຶກສາ. ກ່າວຄຳເຫັນນະທີ່ນີ້ ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: ການສຶກສາ ແລະ ບຳລຸງສ້າງແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນພາລະກິດຂອງພັກ, ລັດ ແລະ ຂອງທົ່ວປວງຊົນ; ການລົງທຶນໃຫ້ການສຶກສາ ແມ່ນການລົງທຶນພັດທະນາ. ນີ້ແມ່ນແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ. ທ່ານປະທານປະເທດ ເຈີ່ນກ້າຍກວາງ ສະເໜີຂະແໜງການສຶກສາສືບຕໍ່ຊາບຊຶມຢ່າງເລິກເຊິ່ງ ແລະ ຫັນບັນດາທັດສະນະ, ຈຸດໝາຍ, ໜ້າທີ່, ມາດຕະການປ່ຽນໃໝ່ພື້ນຖານການສຶກສາ ແລະ ບຳລຸງສ້າງໂດຍພື້ນຖານ, ຮອບດ້ານເປັນລະອຽດ; ຖືການສຶກສາ ແລະ ບຳລຸງສ້າງແມ່ນລັດຖະນະໂຍບາຍແຖວໜ້າ, ມີບົດບາດສຳຄັນທີ່ສຸດສຳລັບຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ.
ທ່ານປະທານປະເທດ ເຈີ່ນດ້າຍກວາງ ກໍ່ຮຽກຮ້ອງຂະແໜງການສຶກສາສຸມໃສ່ພັດທະນາຖັນແຖວຄູອາຈານ ແລະ ພະນັກງານຄຸ້ມຄອງ ຕອບສະໜອງຄວາມຮຽກຮ້ອງຕ້ອງການປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງ. ຂະແໜງການສຶກສາຄວນເອົາໃຈໃສ່ເປັນພິເສດເຖິງວຽກງານສຶກສາ, ບຳລຸງສ້າງຢູ່ເຂດຫ່າງໄກສອກຫລີກ, ເຂດປະສົບຄວາມຫຍຸ້ງຍາກເປັນພິເສດ, ຮັບປະກັນໃຫ້ບັນດາເປົ້າໝາຍນະໂຍບາຍ, ພໍ່ແມ່ປະຊາຊົນຊາວເຜົ່າສ່ວນໜ້ອຍໄດ້ຮ່ຳຮຽນ, ຍົກສູງລະດັບຄວາມຮູ້, ທັກສະວິຊາສະເພາະ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ເອົາໃຈໃສ່ກ່ວາອີກ ເຖິງພາລະກິດສຶກສາ ແລະ ບຳລຸງສ້າງ, ຮ່ວມແຮງຮ່ວມໃຈເບິ່ງແຍງດູແລ, ແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຂັດ ແລະ ລົງທຶນໃຫ້ການສຶກສາຫລາຍກ່ວາອີກ.