ຂະແໜງທ່ອງທ່ຽວຮ່າໂນ້ຍ ຮັບຕ້ອນປີ 2022

(VOVWORLD) -ຂະແໜງທ່ອງທ່ຽວຮ່າໂນ້ຍ ຮັບຕ້ອນປີ 2022 ແມ່ນເຫດການທຳອິດໃນບັນດາເຫດການງານບຸນທີ່ຟົດຟື້ນ ແລະ ດູດດື່ມ, ຟື້ນຟູບັນດາການເຄື່ອນໄຫວທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມ ຮ່າໂນ້ຍ
        ຂະແໜງທ່ອງທ່ຽວຮ່າໂນ້ຍ ຮັບຕ້ອນປີ 2022  - ảnh 1ງານບຸນບາລຸນທີ່ສວນດອກໄມ້ຫຼີທ້າຍໂຕ, ຮ່າໂນ້ຍ

    ຕອນຄ່ຳວັນທີ 25 ມີນາ, ລາຍການ “ທ່ອງທ່ຽວຮ່າໂນ້ຍ 2022 ” ໂດຍພະແນກທ່ອງທ່ຽວຮ່າໂນ້ຍ ສົມທົບກັບ ບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດຕັ້ງ ໄດ້ດຳເນີນຢູ່ ສວນດອກໄມ້ຫຼີທ້າຍໂຕ, ເມືອງ ຮ່ວານກ໋ຽມ, ຮ່າໂນ້ຍ. ນີ້ແມ່ນລາຍການຕອບສະໜອງການເຄື່ອນໄຫວເປີດການທ່ອງທ່ຽວຄືນໃໝ່, ຕ້ອນຮັບແຂກທ່ອງທ່ຽວສາກົນ.

     ກ່າວຄຳເຫັນທີ່ພິທີໄຂ, ທ່ານຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ ດັ້ງຮົ່ງຢາງ ໃຫ້ຮູ້ວ່າ:

      “ຂະແໜງທ່ອງທ່ຽວຮ່າໂນ້ຍ ຮັບຕ້ອນປີ 2022 ແມ່ນເຫດການທຳອິດໃນບັນດາເຫດການງານບຸນທີ່ຟົດຟື້ນ ແລະ ດູດດື່ມ, ຟື້ນຟູບັນດາການເຄື່ອນໄຫວທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມ ຮ່າໂນ້ຍ”

ຕອບກັບ

ຂ່າວ/ບົດ​ອື່ນ