ຂະແໜງສາທາລະນະສຸກ ກຽມພ້ອມຮັບມືກັບ ໂລກລະບາດ
ທ່ານນາງຫງວຽນທິກິມຕຽນລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ
(ພາບ: http://baodongthap.com.vn)
(vovworld)- ຂະແໜງສາທາລະນະສຸກກຽມພ້ອມຮັບມືກັບໂລກລະບາດ. ທ່ານນາງຫງວຽນທິກິມຕຽນ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໄດ້ຢືນຢັນຄືດັ່ງກ່າວໃນລາຍການທາງໂທລະພາບ. “ ປຊຊ ຖາມ, ລັດຖະມົນຕີຕອບ“ ເມື່ອວັນທີ 2/3. ຕໍ່ໜ້າສະພາບການໂລກໝາກແດງພວມມີການຜັນແປຢ່າງສັບສົນຢູ່ທ້ອງຖິ່ນຕ່າງໆ, ທ່ານນາງລັດຖະມົນຕີຫງວຽນທິກິມຕຽນ ໃຫ້ຮູ້ວ່າ: ກະຊວງສາທາລະນະສຸກຫວຽດນາມ ໄດ້ມີບັນດາມາດຕະການຢ່າງຂ້ຽວຂາດທີ່ສຸດ, ຊື່ງໄດ້ສົ່ງເອກກະສານໄປຍັງບັນດາແຂວງ, ນະຄອນຊີ້ນຳບັນດາພະແນກສາທາລະນະສຸກ ແລະ ຂະແໜງຕ່າງໆສົມທົບກັນສັກຢາກັນພະຍາດໃຫ້ແກ່ເດັກນ້ອຍທຸກຄົນ.
ສຳລັບໂລກໄຂ້ຫວັດສັດປີກພວມມີໄພແຜ່ລາມອອກຢ່າງກວ້າງຂວາງນັ້ນ, ທ່ານນາງລັດຖະມົນຕີຫງວຽນທິກິມຕຽນ ໃຫ້ຮູ້ວ່າ: ທາງກະຊວງສາທາລະນະສຸກຫວຽດນາມ ໄດ້ຍູ້ແຮງການໂຄສະນາໃຫ້ແກ່ ປຊຊ ບັນດາມາດຕະການປ້ອງກັນພະຍາດ ແລະ ເພີ່ມທະວີການຝຶກອົບຮົມ, ພິເສດແມ່ນບັນດາຫົວໜ່ວຍຝຶກອົບຮົມປິ່ນປົວພະຍາດ, ກະກຽມຢຸກຢາ, ພາຫະນະເຄື່ອງຈັກ, ອຸປະກອນ…ເພື່ອຮັບມືກັບໂລກລະບາດຢ່າງທັນການ.
ເພື່ອແກ້ໄຂສະພາບຄົນເຈັບຫຼາຍເກີນໄປຢູ່ໂຮງໝໍແຫ່ງຕ່າງໆ, ທ່ານນາງລັດຖະມົນຕີຫງວຽນທິກິມຕຽນ ໃຫ້ຮູ້ວ່າ:
“ກະຊວງສາທາລະນະສຸດໄດ້ຍື່ນສະເໜີແຜນຮ່າງແກ້ໄຂສະພາບໂຮງໝໍຮັບຄົນເຈັບຫຼາຍເກີນໄປດ້ວຍຫຼາຍມາດຕະການສັງລວມ ແລະ ໄດ້ຮັບການອະນຸດມັດຜ່ານຈາກລັດຖະບານ, ພ້ອມກັນນັ້ນແມ່ນຕ້ອງມີການເຂົ້າຮ່ວມຂອງທັງລະບົບການເມືອງ. ທີ 1 ແມ່ນເພີ່ມຈຳນວນຕຽງນອນຢູ່ໂຮງໝໍ. ທີ 2 ແມ່ນພວກຂ້າພະເຈົ້າໄດ້ສ້າງ ແລະ ຜັນຂະຫຍາຍແຜນຮ່າງບັນດາໂຮງໝໍສູນກາງຖ່າຍທອດເຕັກນິກສູງ, ທັນສະໄໝໃຫ້ແກ່ 45 ໂຮງໝໍຢູ່ 32 ແຂວງ, ໝາຍຄວາມວ່າພາຍຫຼັງ 2-3 ປີ, ໂຮງໝໍ 45 ແຫ່ງນີ້ຈະສາມາດນຳໃຊ້ເຕັກນິກນັ້ນດ້ວຍຕົນເອງໄດ້ ເພື່ອຫຼີກລ້ຽງສະພາບສົ່ງຄົນເຈັບໄປໂຮງໝໍສູນກາງອີກ. ທີ 3 ແມ່ນກ່ຽວກັບແຜນຮ່າງ 1816 ຖ່າຍທອດເຕັກໂນໂລຊີຈາກໂຮງໝໍຂັ້ນສູນກາງລົງສູ່ໂຮງໝໍຂັ້ນລຸ່ມ“./.