(vovworld) - ຂະແໜງສານຕ້ອງປະຕິບັດບັນດາຂໍ້ກຳນົດຂອງກົດໝາຍວ່າດ້ວຍການດຳເນີນຄະດີ ຢ່າງເຂັ້ມງວດ, ແລະ ຍົກສູງຄຸນນະພາບທີ່ບັນດາການປະຊຸມສານເພື່ອໃຫ້ການຄຳຕັດສິນລົງໂທດຂອງສານມີລັກສະນະເກ້ຍກອມສູງ. ນັ້ນແມ່ນຄຳຊີ້ນຳຂອງທ່ານປະທານປະເທດ ເຈືອງເຕີນຊາງ ທີ່ກອງປະຊຸມຜັນຂະຫຍາຍໜ້າທີ່ວຽກງານປີ 2013 ຂອງຂະແໜງສານປະຊາຊົນ, ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 22/1, ຢູ່ ຮ່າໂນ້ຍ. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: ໃນປີ 2013, ໄປຄຽງຄູ່ກັບບັນດາມາດຕະການກ່ຽວກັບວຽກງານບຳລຸງສ້າງ ພະນັກງານ, ຂະແໜງສານ ຄວນກວດກາວຽກງານພິພາກສາຢູ່ສານຂັ້ນຕ່າງໆເປັນປະຈຳ, ປະຕິບັດວຽກງານຕິດຕາມກວດກາການພິພາກສາຂອງສານຂັ້ນເທິງທີ່ມີຕໍ່ສານຂັ້ນລຸ່ມເປັນຢ່າງດີ ເພື່ອຄົ້ນພົບ, ແກ້ໄຂຂໍ້ຂາດຕົກບົກຜ່ອງໃນການເຄື່ອນໄຫວພິພາກສາຢ່າງທັນການ. ທ່ານປະທານປະເທດ ເຈືອງເຕີນຊາງ ກ່າວວ່າ:
“ຂ້າພະເຈົ້າສະເໜີຄວນເອົາໃຈໃສ່ສືບຕໍ່ຍົກສູງຄຸນນະພາບການພິພາກສາສຳລັບຄະດີຕ່າງໆ, ເດັດດຽວບໍ່ປະໃຫ້ເກີດກໍລະນີຕັດສິນລົງໂທດຢ່າງຜິດພາດ, ຢຸດຕິການສົ່ງສຳເນົາຄະດີຄືນ, ການຕັດສິນຝາກໂທດ ແລະ ນຳໃຊ້ການຕັດສິນລົງໂທດແບບດັດສ້າງໂດຍບໍ່ຄຸມຂັງ ຢ່າງບໍ່ຖືກຕ້ອງຕາມລະບຽບກົດໝາຍ, ໂດຍສະເພາະແມ່ນພວກຈຳເລີຍຖືກພິພາກສາຍ້ອນການກະທຳຜິດສໍ້ລາດບັງຫຼວງ. ຍົກສູງອັດຕາການແກ້ໄຂໄກ່ເກ່ຍໃຫ້ກາຍເປັນບັນດາຄະດີແພງ ແລະ ສົນທະນາໃນການແກ້ໄຂບັນດາຄະດີບໍລິຫານ, ຮັບປະກັນການແກ້ໄຂພິພາກສາ ແລະ ຕັດສິນລົງໂທດຢ່າງຖືກຕ້ອງຕາມກົດໝາຍ, ແກ້ໄຂສະພາບການຕັດສິນລົງໂທດຢ່າງບໍ່ຈະແຈ້ງ ເຊິ່ງ ກໍ່ຄວາມຫຍຸ້ງຍາກໃຫ້ແກ່ວຽກງານປະຕິບັດຄຳຕັດສິນຂອງສານ.”