ຂະແໜງສານຜັນຂະຫຍາຍການປະຕິບັດລັດຖະທຳມະນູນ ຕິດພັນກັບການປະຕິຮູບດ້ານຍຸຕິທຳ

ຂະແໜງສານຜັນຂະຫຍາຍການປະຕິບັດລັດຖະທຳມະນູນ ຕິດພັນກັບການປະຕິຮູບດ້ານຍຸຕິທຳ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ
(ພາບ: VGP)


(vovworld) - ຕອນ​ເຊົ້າ​ວັນ​ທີ 14/01, ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານ​ປີ 2014 ຂອງ​ສານ​ປະຊາຊົນ​ສູງ​ສຸດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ ຕາມ​ລັດຖະທຳ​ມະນູນ​ແຫ່ງ​ປະ​ເທດ ສສ ຫວຽດນາມ ​ແລ້ວ, ສານ ​ແມ່ນ​ອົງການ​ພິພາກສາ​ຂອງ​ລັດ ສສ ຫວຽດນາມ, ປະຕິບັດ​ສິດ​ຍຸຕິ​ທຳ. ສານ​ປະຊາຊົນ ມີໜ້າ​ທີ່​ປົກ​ປ້ອງຄວາມ​ຍຸຕິ​ທຳ, ປົກ​ປ້ອງ​ສິດ​ຂອງ​ມະນຸດ, ສິດ​ຂອງ​ພົນລະ​ເມືອງ, ປົກ​ປ້ອງກົດໝາຍສັງຄົມ​ນິຍົມ, ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ລັດ, ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ອົງການ ​ແລະ ບຸກຄົນ. ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້ການ​ນຳ​ຂັ້ນ​ສູງ​ສານ​ປະຊາຊົນ​ສູງ​ສຸດ ຊີ້​ນຳ​​ໃຫ້​ສານ​ປະຊາຊົນ​ທຸກ​ຂັ້ນ ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ​ການດຳ​ເນີນ​ຄະ​ດີ ຕິດ​ພັນ​ກັບ​ຄວາມ​ຮຽກຮ້ອງ​ປະຕິ​ຮູບດ້ານ​ຍຸຕິ​ທຳຢ່າງ​ໃກ້ຊິດ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ການ​ປະຕິບັດ​ມະຕິ​ຂອງ​ກົມ​ການ​ເມື​ອງ ກ່ຽວ​ກັບ​ການ​ປະຕິ​ຮູບ​ດ້ານຍຸຕິ​ທຳ​ຮອດ​ປີ 2020. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ວ່າ.

        “ຄະນະ​ພະນັກງານ​ຂອງ​ພັກ, ການ​ນຳ​ສານ​ປະຊາຊົນ​ສູງ​ສຸດ​ກວດກາ​ນຄືນ​ບັນດາ​ເນື້ອ​ໃນ, ໜ້າ​ທີ່​ຂຶ້ນ​ກັບ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຕົນ. ​ໃນ​ນັ້ນ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ປ່ຽນ​ໃໝ່ການ​ຈັດຕັ້ງສານ​ປະຊາຊົນ​ສູງ​ສຸດ ຕາມ​ທິດກະທັດລັດດ້ວຍ​ຖັນ​ແຖວ​ຜູ້​ພິພາກສາ ​ແມ່ນ​ບັນດາ​ຜູ້​ຊ່ຽວຊານ​ອັນ​ດັບ​ໜຶ່ງ​ຂອງ​ຂະຂະແໜງກ່ຽວ​ກັບ​ກົດໝາ​ຍ ​ມີ​ປະສົບ​ໃນການ​ພິ​ພາກ​ສາ​ຫຼາຍ​ປີ; ປ່ຽນ​ໃໝ່​ການຈັດ​ຕັ້ງ​ວາລະສານ​ພິພາກສາ, ກຳນົດ​ໜ້າ​ທີ່, ສິດ​ຂອງ​ບັນດາ​ຜູ້​ເຂົ້າ​ຮ່ວມ​ການ​ດຳເນີນຄະດີ ຕາມ​ທິດ​ຮັບປະກັນ​ລັກສະນະ​ເປີດ​ເຜີຍປະ​ຊາ​ທິປະ​ໄຕ, ຍຸຕິ​ທຳ, ​ເຄັ່ງ​ຄັດ ​ແລະ ​ເພື່ອ​ຄວາມ​ຍຸຕິ​ທຳ​.”

   ​ໃນ​ປີ 2014, ຂະ​ແໜງ​ສານ ​ໄດ້​ກ​ຳນົດການ​ປ່ຽນ​ໃໝ່​ລະບຽບ​ການໂຕ້ຄວາມຢູ່​ສານ ຕາມ​ທິດ​ແທດ​ຈິງ, ຮັບປະກັນ​ລັກສະນະ​ປະຊາທິປະ​ໄຕ, ​ເປີດ​ເຜີຍ, ຖືກ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ.

ຂ່າວ/ບົດ​ອື່ນ