ຂະແໜງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຜັນຂະຫຍາຍການປະຕິບັດລັດຖະທຳມະນູນ

ຂະແໜງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຜັນຂະຫຍາຍການປະຕິບັດລັດຖະທຳມະນູນ - ảnh 1
ພາບປະກອບ

(vovworld) – ວັນ​ທີ 26/3, ທີ່​ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ປະຕິບັດ​ລັດຖະທຳ​ມະນູນ ສສ ຫວຽດນາມ ​ເຖິງ​ບັນດາ​ພະນັກງານ​ຫຼັກ​ແຫຼ່ງຂອງ​ຂະ​ແໜງ. ກອງ​ປະຊຸມ​ໄດ້​ຮັບ​ຟັງ​ການແນ​ະນຳບັນດາ​ເນື້ອ​ໃນ​ພື້ນຖານ, ບັນດາ​ຈຸດ​ໃໝ່​ຂອງ​ລັດຖະທຳ​ມະນູນ​ຂອງ ສສ ຫວຽດນາມ. ມາ​ຮອ​ດປະຈຸ​ບັນ, ກະຊວງ​ແຮງ​ງານ - ທະຫານ​​ເສຍ​ອົງຄະ ​ແລະ ສັງຄົມ​ ​ໄດ້​ປະກາດ​ໃຊ້​ແຜນການ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ປະຕິບັດ​ລັດຖະທຳ​ມະນູນ​ເພື່ອ​ແນ​ໃສ່​ໂຄສະນາ​ເຜີ​ຍ​ແຜ່ ​ເນື້ອ​ໃນ​ຈິດ​ໃຈ ຂອງ​ລັດຖະທຳ​ມະນູນ​ເຖິງ​ບັນດາ​ພະນັກງານ, ພາລະ​ກອນ, ລັດຖະກອນ ​ແລະ ຊາວຜູ້​ອອກ​ແຮງ​ງານ, ຍົກ​ສູງຄວາມຮັບຮູ້​ ສະຕິ​ເຄົາລົບ, ປະຕິບັດ​ລັດຖະທຳ​ມະນູນ​ຢ່າງ​ເລິ​ກ​ເຊິ່ງ ກ້ວາງ​ຂວາງ. ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ມີ​ແຜນການ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ບັນດາ​ນັກ​ຊ່ຽວຊານ, ນັກວິທະຍາສາດ​ເພື່ອ​ປະກອບ​ຄຳ​ເຫັນ​ເຮັດ​ໃຫ້​ບັນດາ​ຈຸດ​ໃໝ່​ຂອງ​ລັດຖະທຳ​ມະນູນ​ທີ່​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ຄຸ້ມ​ຄອງ​​ລັດ​ກ່ຽວກັບ​ການ​ອອກ​ແຮງ​ງານ, ຜູ້​ມີ​ຄຸນງາມຄວາມ​ດີ ​ແລະ ສັງຄົມ​ໃຫ້​ຈະ​ແຈ້ງ, ​ເລິກ​ເຊິ່ງກ່ວາ, ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ, ສ້າງ​ບົດ​ລາຍ​ງານ​ກວດກາ, ປັບປຸງ, ​ເພີ່ມ​ເຕີມ, ປະກາດ​ໃຊ້​ບັນດາ​ເອກະສານນິຕິກຳ​ໃໝ່​ທີ່​ສອດຄ່ອງກັບ​ລັດຖະທຳ​ມະນູນ.

 

ຂ່າວ/ບົດ​ອື່ນ