ຄຶກ​ຄື​້ນ​ກັບ​ການ​ເຄື່ອນ​ໄຫວ​ວັນ​ບຸນ​ເອ​ກະ​ລາດ​ໃນ​ທຸກແຖບ​ຖິ່ນ​ໃນ​ທົ່ວ​ປະ​ເທດ

(VOVWORLD) - ໃນຊຸມວັນນີ້, ຢູ່ທົ່ວທຸກແຂວງ, ນະຄອນ, ທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດກິດຈະກຳຕ້ອນຮັບວັນຊາດທີ 2 ກັນຍາ ຢ່າງຄຶກຄື້ນມ່ວນຊື່ນ.

ຢູ່ເມືອງຊາຍແດນ ກິ່ເຊີນ, ແຂວງ ເງະອານ, ປະຊາຊົນທຸກຄົນໄດ້ພາກັນແຂວນທຸງຊາດ, ນຸ່ງຊຸດງາມໆ ແລ້ວເຕົ້າໂຮມກັນຢູ່ໃຈກາງເມືອງ ເພື່ອມ່ວນຊື່ນຕ້ອນຮັບບຸນເຕັດເອກະລາດ. ອ້າຍ ໂລແທ່ງວິງ, ຢູ່ຕາແສງ ຕາກະ, ເມືອງ ກີ່ເຊີນ, ໃຫ້ຮູ້ວ່າ:

"ແຕ່ລະປີ ໃນໂອກາດວັນຊາດທີ 2 ກັນຍາ, ປະຊາຊົນໃຜໆກໍລໍຄອຍຕ້ອນຮັບບຸນເຕັດເອກະລາດ, ໄດ້ຫຼີ້ນກິລາ, ກາຍຍະກຳ, ສະແດງສິລະປະວັດທະນະທຳຢ່າງເບີກບານມ່ວນຊື່ນ”.

ໃນໂອກາດພັກວັນຊາດປີ 2024, ແຂກທ່ອງທ່ຽວນັບພັນຄົນ ໄດ້ພາກັນມານະຄອນ ຕວຽນກວາງ ເພື່ອຢ້ຽມຢາມຄວາມງາມຂອງ “ນະຄອນຫຼວງແຫ່ງການຕໍ່ຕ້ານ”. ອ້າຍ ຫງວຽນມິງຕູ໊, ນະຄອນ ຖາຍງວຽນ, ແບ່ງປັນວ່າ:

“ແຕ່ລະປີ, ແຂວງ ຕວຽນກວາງ ລ້ວນແຕ່ຈັດງານບຸນໃຫຍ່ກວ່າໝູ່, ສະນັ້ນ, ຄອບຄົວຂ້າພະເຈົ້າໄດ້ເຕົ້າໂຮມກັນມາແຫ່ງນີ້ເພື່ອຮັບຊົມ, ຖືວ່າງາມ ແລະ ມີຄວາມປະທັບໃຈຫຼາຍ. ເຂົາເຈົ້າມີຫົວຄິດປະດິດສ້າງ ແລະ ສ້າງລາຍການເປັນເອກະລັກທີ່ສຸດ ເມື່ອສ້າງພາບພົດເຂດບ້ານນາ, ກ່ຽວກັບປະທານ ໂຮ່ຈີມິນ, ປະເທດຊາດ ຂຶ້ນມາ”.

ຢູ່ແຂວງ ເທື່ອທຽນ - ເຫວ້, ການແຂ່ງຂັນຊ່ວງເຮືອທີ່ເປັນມູນເຊື້ອໃນແມ່ນ້ຳເຮືອງ ຈັດຂຶ້ນທຸກໆປີ ເພື່ອສະເຫຼີມສະຫຼອງວັນຊາດທີ 2 ກັນຍາ ກໍໄດ້ດຳເນີນໄປຢ່າງຄຶກຄື້ນມ່ວນຊື່ນ, ດຶງດູດແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ