ຄົນງານຫວຽດນາມ 19 ຄົນພວມຢູ່ Yemen ແຕ່ໃນເຂດປອດໄພ
(ທ່ານນາງຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ຟ້າມທູຮັ່ງ)
(vovworld) – ວັນທີ 07/04, ທ່ານນາງຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ຟ້າມທູຮັ່ງ ໃຫ້ຮູ້ກ່ຽວກັບສະພາບການຂອງພົນລະເມືອງຫວຽດນາມ ຢູ່ Yemen ວ່າ: ປະຈຸບັນມີຄົນງານຫວຽດນາມ 19 ຄົນພວມຢູ່ Yemen ແຕ່ໃນເຂດປອດໄພ, ຫາງໄກຈາກບັນດາສະຖານທີ່ເກີດການປະທະກັນ. ຄົນງານຫວຽດນາມ ເຫຼົ່ານັ້ນສ່ວນຫຼາຍແມ່ນກະລາສີຫາປາຢູ່ໄກຝັ່ງ ຕາມສັນຍາກັບບໍລິສັດຂອງສ.ເກົາຫຼີ. ໃນຊຸມມື້ຜ່ານມາ, ສະຖານທູດຫວຽດນາມ ຢູ່ຊາອຸດີ ອາຣາເບຍ ຢູ່ Yemen ໄດ້ຕິດຕໍ່ກັບຜູ້ຕາງໜ້າຄົນງານຫວຽດນາມ ຢ່າງແໜ້ນແຟ້ນ. ສະຖານທູດຫວຽດນາມ ປະຈຳ ຊາອຸດີ ອາຣາເບຍ ພວມສົມທົບກັບບັນດາອົງການທີ່ກ່ຽວຂ້ອງ Yemen, ສະຖານທູດບັນດາປະເທດອາຊຽນ ແລະ ປະເທດອື່ນຢ່າງແໜ້ນແຟ້ນ ເພື່ອແບ່ງປັນຂໍ້ມູນ ແລະ ສົມທົບກັນຮັບປະກັນຄວາມປອດໄພໃຫ້ພົນລະເມືອງຫວຽດນາມ. ສະຖານທູດຫວຽດນາມ ປະຈຳ ຊາອຸດີ ອາຣາເບຍ ໄດ້ກະກຽມບັນດາວິທີການຢ່າງລະອຽດ ເພື່ອນຳຄົນງານຫວຽດນາມ ອອກຈາກ Yemen ໃນສະພາວິສຸກເສີນ.