ຄົນເຈັບຕິດໄວຣັດ ອີໂບລາພວມໄດ້ ຮັບການປິ່ນປົວຢູ່ ຝະລັງ
(ພາບ: THX/TTXVN )
(vovworld)- ວັນທີ 3/11, ທ່ານ Marisol Touraine ລັດຖະມົນຕີກະຊວງສາທາລະນະສຸກຝະລັງ ໃຫ້ຮູ້ວ່າ ອາການສຸຂະພາບຂອງພາລະກອນ ສປຊ ຖືກຕິດໄວຣັດອີໂບລາ ພວມໄດ້ຮັບການປິ່ນປົວຢູ່ຝະລັງ ມີສັນຍານເປັນປົກກະຕິ.
ໃນວັນດຽວກັນ, ສຳນັກຂ່າວສານ Belga ຂອງແບນຊິກ ໃຫ້ຮູ້ວ່າ: ວົງການເຈົ້າໜ້າທີ່ການແພດປະເທດນີ້ ໄດ້ກວດພົບຜູ້ 1 ຖືກສົງໃສຕິດໄວຣັດອີໂບລາ ຢູ່ສະໜາມບິນ ບຣຸກແຊນ ແລະ ຜູ້ນີ້ໄດ້ຖືກສົ່ງໄປຍັງໂຮງໝໍ St.Peter’s ຢູ່ບຣຸກແຊນ ເພື່ອປະຕິບັດການວິໄຈ. ຜູ້ໂດຍສານຕ່າງໆໃນຖ້ຽວບິນດຽວກັນກໍ່ໄດ້ຖືກກວດສຸຂະພາບຢູ່ສະໜາມບິນເຊັ່ນດຽວກັນ.
ຕາມຕົວເລກສະຖິຕິຫຼ້າສຸດຂອງອົງການອະນາໄມໂລກ (WHO), ໄລ່ຮອດທ້າຍເດືອນ 10/2014 , ໂລກມີຜູ້ຕິດໄວຣັດອີໂບລາກ່ວາ 13.700 ຄົນແລ້ວ, ໃນນັ້ນ, ມີຜູ້ເສຍຊີວິດຢ່າງໜ້ອຍສຸດແມ່ນ 4922 ຄົນ ແລະ ຄົນເຈັບສ່ວນຫຼາຍແມ່ນຢູ່ບັນດາປະເທດອາຟິຼກກາຕາເວັນຕົກຄື: Liberia, Sierra Leone ແລະ Guinea./.