ຄຸ້ມ​ຄອງ​ບໍ​ລິ​ຫານການ​ເຄື່ອນ​ໄຫວ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ສຳ​ລັບ​ສິນ​ຄ້າ​ນຳ​ເຂົ້າ, ສົ່ງ​ອອກ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍອະນຸມັດຜ່ານ ແຜນຮ່າງການຄຸ້ມຄອງບໍລິຫານການເຄື່ອນໄຫວການຄ້າເອເລັກໂຕນິກສຳລັບສິນຄ້ານຳເຂົ້າ, ສົ່ງອອກ. 

ເປົ້າໝາຍທີ່ຜັນຂະຫຍາຍແຜນຮ່າງດັ່ງກ່າວ ລວມມີ ບັນດາອົງການຄຸ້ມຄອງແຫ່ງລັດ ເຊິ່ງກ່ຽວຂ້ອງເຖິງສິນຄ້ານຳເຂົ້າ, ສົ່ງອອກ ທີ່ໄດ້ແລກປ່ຽນຄ້າຂາຍຜ່ານຮູບແບບການຄ້າເອເລັກໂຕນິກ; ອົງການຈັດຕັ້ງ, ສ່ວນບຸກຄົນທີ່ນຳເຂົ້າ, ສົ່ງອອກສິນຄ້າທີ່ໄດ້ແລກປ່ຽນຄ້າຂາຍຜ່ານຮູບແບບການຄ້າເອເລັກໂຕນິກ... ແຜນຮ່າງດັ່ງກ່າວ ເພື່ອແນໃສ່ສ້າງລະບົບ ເພື່ອຮັບເອົາ, ແກ້ໄຂຂໍ້ມູນທີ່ກ່ຽວຂ້ອງເຖິງສິນຄ້ານຳເຂົ້າ, ສົ່ງອອກ, ການແລກປ່ຽນການຄ້າເລັກໂຕນິກບົນພື້ນຖານກົນໄກປະຕູດຽວແຫ່ງຊາດ, ກົນໄກປະຕູດຽວອາຊຽນ, ສ້າງເງື່ອນໄຂສະດວກໃນການຄວບຄຸມການແລກປ່ຽນຄ້າຂາຍ, ເພີ່ມລະດັບຄວາມໄວໃນການເຮັດເອກະສານໃຫ້ສິນຄ້າຜ່ານແດນ ຍ້ອນມີການເອກະສານຢ່າງຄົບຖ້ວນ. ພ້ອມກັນນັ້ນ, ກໍ່ສ້າງນະໂຍບາຍທີ່ກ່ຽວຂ້ອງເຖິງການເຄື່ອນໄຫວສົ່ງອອກ, ນຳເຂົ້າສິນຄ້າ ທີ່ໄດ້ແລກປ່ຽນຄ້າຂາຍຜ່ານທາງເອເລັກໂຕນິກ. ແຜນການດັ່ງກ່າວກໍໄດ້ຍົກອອກບັນດາມາດຕະການຄຸ້ມຄອງບໍລິຫານການເຄື່ອນໄຫວການຄ້າເອເລັກໂຕນິກ ສຳລັບສິນຄ້ານຳເຂົ້າ, ສົ່ງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ