ຄວນຮັບປະກັນລັກສະນະເຄັ່ງຂຶມ ແລະ ວັດທະນະທຳຂອງຫໍພິພິທະພັນ ໂຮ່ຈີມິນ

(VOVWORLD) - ຕອນເຊົ້າວັນທີ 24 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ລົງສຳຫຼວດສະພາບຕົວຈິງ ແລະ ແລກປ່ຽນກັບການນຳ ຫໍພິພິທະພັນ ໂຮ່ຈີມິນ ກ່ຽວກັບບາງບັນຫາທີ່ກ່ຽວຂ້ອງເຖິງການບູລະນະ, ລົງທຶນດ້ານເຕັກໂນໂລຢີ,

ເພື່ອກະກຽມໃຫ້ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີ ແຫ່ງວັນປະທານ ໂຮ່ຈິມິນ ເຖິງແກ່ມໍລະນະກຳ (ປີ 2019) ແລະ 130 ປີ ແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (ປີ 2020).

   ໂດຍຮັບຮູ້ບັນດາຄວາມມານະພະຍາຍາມຂອງຄະນະການນຳ, ພະນັກງານ, ກຳມະກອນ, ພາລະກອນຫໍພິພິທະພັນ ໂຮ່ຈີມິນ ໃນຊຸມປີຜ່ານມາ, ທ່ານຮອງນາຍົກລັດຖະມົນຕີຖືວ່າ, ຫໍພິພິທະພັນ ໂຮ່ຈີມິນ ນອນໃນກຸ່ມປູຊະນີຍະສະຖານປະຫວັດສາດ, ວັດທະນະທຳ ບາດິ່ງ, ເພາະສະນັ້ນ, ການບູລະນະຕ້ອງມີການເຊື່ອມຕໍ່, ຄົບຊຸດກ່ຽວກັບສະພາບແວດລ້ອມ, ສະຖາປັດຕະຍະກຳ ກັບບັນດາປູຊະນີຍະສະຖານອື່ນໆ, ຮັບປະກັນຄວາມປອດໄພທຸກດ້ານ. ພິເສດ, ຫໍພິພິທະພັນຍາມໃດກໍ່ຕ້ອງຮັກສາຄວາມເປັນລະບຽບຮຽບຮ້ອຍ, ເຄັ່ງຂຶມ, ສະອາດ ເພື່ອສົມກັບຄວາມເປັນກຽດ, ຄວາມຮັບຜິດຊອບໜ້າທີ່ຮັກສາບັນດາວັດຖຸພັນ, ຮູບພາບ, ເອກະສານກ່ຽວກັບປະທານ ໂຮ່ຈີມິນ, ນັກວັດທະນະທຳຜູ້ຍິ່ງໃຫຍ່, ນັກວັດທະນະທຳທີ່ມີຊື່ສຽງຂອງໂລກ, “ລຽບງ່າຍແຕ່ເລິກເຊິ່ງທີ່ສຸດ“.

ຕອບກັບ

ຂ່າວ/ບົດ​ອື່ນ