ຄວບຄຸມໄພເງິນເຟີ້ລົງເຫຼືອພຽງ 9% ໃນປີ 2012
ພາຍຫຼັງເຮັດວຽກມາເປັນເວລາ 1 ມື້ເຄິ່ງ, ກອງປະຊຸມລັດຖະບານເປີດກ້ວາງກັບທ້ອງຖີ່ນ ຕ່າງໆເພື່ອແນໃສ່ຜັນຂະຫຍາຍ ມະຕິຂອງສະພາແຫ່ງຊາດກ່ຽວກັບໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2012 ໄດ້ອັດລົງເມື່ອຕອນເຊົ້າວັນທີ 23/12 ຢູ່ຮ່າໂນ້ຍ. ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຊີ້ແຈງວ່າ: ເຖິງວ່າບັນລຸໄດ້ບາງໝາກຜົນອັນຕັ້ງໜ້າກໍ່ຕາມ ແຕ່ກໍ່ຍັງບໍ່ທັນໝັ້ນຄົງເທື່ອ. ທ່ານກ່າວວ່າ:
“ປີ 2012 ສືບຕໍ່ໃຫ້ບຸລິມະສິດແກ່ການຄວບຄຸມໄພເງິນເຟີ້ ດ້ວຍຈຸດໝາຍສູ້ຊົນຫຼຸດຜ່ອນລົງເຫຼືອພຽງ 9%, ເຮັດໄດ້ຄືແນວນັ້ນຈຶ່ງສາມາດຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິໄດ້. ຕ້ອງສຸມໃສ່ຊີ້ນຳ, ຄວມຄຸມໄພເງິນເຟີ້, ກ່ອນອື່ນໝົດແມ່ນນະໂຍບາຍເງິນຕາ. ທີ່ 2 ແມ່ນການນຳທ້ອງຖີ່ນຕ້ອງຄວບຄຸມລາຄາ, ຖ້າຫາກ ປະໃຫ້ເກີດມີການກັກຕູນສິນຄ້າເພື່ອເພີ່ມລາຄາໃນໂອກາດປີໃໝ່ປະຈຳຊາດ ແລະ ໄລຍະຕົ້ນປີນັ້ນ, ຈະບໍ່ສາມາດຄວບຄຸມໄພເງິນເຟີ້ໄດ້”
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງສະເໜີບັນດາກະຊວງ, ຂະແໜງການ ແລະ ທ້ອງຖີ່ນຕ່າງໆຕ້ອງຕິດຕາມກວດກາການຜັນແປ່ຂອງສະພາບເສດຖະກິດໂລກ ແລະ ຢູ່ພາຍໃນປະເທດເພື່ອມີນະໂຍບາຍຢ່າງທັນການ: ເດັດຂາດບໍລິຫານເພື່ອຫຼຸດຜ່ອນການລາຍຈາຍງົບປະມານເກີນດຸນຕຳ່ກ່ວາ 4,8%. ພ້ອມກັບບັນດານະໂຍບາຍມະຫາພາກ, ທ້ອງຖີ່ນຕ່າງໆຕ້ອງຮັກສາ ແລະ ພັດທະນາການຜະລິດເພື່ອບັນລຸຈຸດໝາຍເຕີບໂຕ 6%ໃນປີ 2012.