ຄວາມງາມຖ້ຳເຊີນດ່ອງສ້າງຄວາມປະທັບໃຈຢ່າງແຮງຢູ່ສິງກະໂປ
(ພາບ: .vnexpress.net)
(vovworld) - ລາຍການໂຄສະນາກ່ຽວກັບການທ່ອງທ່ຽວຫວຽດນາມ ຖືກດຳເນີນໃນຕອນຄໍ່າວັນທີ 04/06, ຢູ່ສິງກະໂປ, ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່ວາງຕວນແອງ. ກ່າວຄຳເຫັນທີ່ພິທີໄຂ, ທ່ານລັດຖະມົນຕີ ຮ່ວາງຕວນແອງ ຢືນຢັນວ່າ, ເລື່ອງຫວຽດນາມ ຈັດຕັ້ງການແນະນຳການທ່ອງທ່ຽວຢູ່ສິງກະໂປ ຈະປະກອບສ່ວນຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ 2 ປະເທດ ເວົ້າສະເພາະ; ປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມື, ມິດຕະພາບລະຫວ່າງ ລັດຖະບານ ແລະ ປະຊາຊົນ 2 ປະເທດເວົ້າລວມ. ທ່ານລັດຖະມົນຕີ ຮ່ວາງຕວນແອງ ສະແດງຄວາມເຊື່ອໝັ້ນວ່າ, ລາຍການໂຄສະນາການທ່ອງທ່ຽວຄັ້ງນີ້ ຈະແມ່ນການເລີ່ມຕົ້ນໃຫ້ການຫັນປ່ຽນບັນດາການເຄື່ອນໄຫວຮ່ວມມືລົງທຶນ, ແລກປ່ຽນນັກທ່ອງທ່ຽວຢ່າງຕັ້ງໜ້າ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນອັນດີງາມລະຫວ່າງ 2 ປະເທດ.