ຄວາມ​ປະ​ທັບ​ໃຈ​ໃນ ງານ ມະ​ໂຫລານ​ ກາຍ​ຍະ​ສິນ ໂລກ ຢູ່ ຮະ​ລອງ

(VOVWORLD) -ພາຍຫຼັງບັນດາການເຄື່ອນໄຫວອັນຟົດຟື້ນທີ່ໄດ້ດຳເນີນມາເປັນເວລາ 6 ວັນ, ຕອນຄ່ຳວັນທີ 17 ພະຈິກ, ຢູ່ນະຄອນ ຮະລອງ, ງານມະໂຫລານກາຍຍະສິນ ໂລກ - ຮະລອງ 2019 ດ້ວຍຫົວຂໍ້ “ໜ້າປະຫວັດສາດໃໝ່ສຳລັບສິ່ງມະຫັດສະຈັນ” ໄດ້ອັດລົງ. 
ຄວາມ​ປະ​ທັບ​ໃຈ​ໃນ ງານ ມະ​ໂຫລານ​ ກາຍ​ຍະ​ສິນ ໂລກ ຢູ່ ຮະ​ລອງ - ảnh 1 ລາຍການທີ່ໄດ້ສະແດງໃນໃນພິທີອັດງານມະໂຫລານ (ພາບ: TTXVN)

ງານມະໂຫລານມີການເຂົ້າຮ່ວມຂອງບັນດານັກສິລະປິນທີ່ມາຈາກ 20 ປະເທດ ແລະ ເຂດແຄ້ວນ, ໃນນັ້ນມີນັກສິລະປິນຫຼາຍຄົນຫາກໍ່ຍາດໄດ້ລາງວັນອັນດັບຕົ້ນໆຢູ່ງານມະໂຫລານສິລະປະກາຍຍະສິນສາກົນ ວູ໊ແຈ໊ວ, ປະເທດຈີນ.

        ໃນພິທີອັດງານມະໂຫລານ, ຄະນະຈັດຕັ້ງໄດ້ມອບ 2 ຫຼຽນລາງວັນຄຳ ໃຫ້ແກ່ບັນດານັກສິລະປິນທີ່ມາຈາກ ປະເທດ ການາດາ ແລະ ປະເທດ ຫວຽດນາມ, 4 ຫຼຽນລາງວັນເງິນ ໃຫ້ແກ່ບັນດາສິລະປິນທີ່ມາຈາກປະເທດ ໂມນດາວີ, ເຢຍລະມັນ ແລະ  2 ລາຍການສະແດງ ຂອງ ປະເທດ ຫຽດນາມ, 6 ຫຼຽນລາງວັນທອງ  ໃຫ້ແກ່ບັນດານັກສິລະປິນທີ່ມາຈາກ ຕາກີກິດສະຖານ, ເອທິໂອເປຍ, ລາວ, ເມັກຊີໂກ, ກູບາ, ຫວຽດນາມ. ນອກຈາກນັ້ນ, ຍັງມີລາງວັນຕ່າງໆອີກຫຼາຍວັນລາງ.

ຕອບກັບ

ຂ່າວ/ບົດ​ອື່ນ