ຄວາມມານະພະຍາຍາມທີ່ມີລັກສະນະສ້າງສັນ ເພື່ອຢຸດຕິ “ສະພາບການບໍ່ມີຄວາມຫວັງ” ຢູ່ຊີຣີ
(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ແບ່ງປັນທັດສະນະກັບສະມາຊິກສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຄວາມຈຳເປັນຕ້ອງຊຸກຍູ້ວິວັດການດ້ານການເມືອງໂດຍຊາວ ຊີຣີ ເປັນຜູ້ນຳພາ ແລະ ເປັນເຈົ້າຂອງ, ບົນພື້ນຖານມະຕິເລກທີ 2254 ເຊິ່ງ ສະພາຄວາມໝັ້ນຄົງ ສປຊ ໄດ້ເຫັນດີເຫັນພ້ອມຮັບຮອງເອົາເມື່ອປີ 2015.
ກອງປະຊຸມປະຈຳເດືອນ ກ່ຽວກັບວິວັດການທາງການເມືອງ ຢູ່ ຊີຣີ |
ວັນທີ 15 ມີນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປະຈຳເດືອນ ກ່ຽວກັບວິວັດການທາງການເມືອງ ຢູ່ ຊີຣີ. ກອງປະຊຸມໄດ້ດຳເນີນໃນສະພາບການເກີດການປະທະກັນ ແລະ ວິກິດການຢູ່ ຊີຣີ ໄດ້ເກີດຂຶ້ນມາເປັນເວລາ 10 ປີ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ແບ່ງປັນທັດສະນະກັບສະມາຊິກສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຄວາມຈຳເປັນຕ້ອງຊຸກຍູ້ວິວັດການດ້ານການເມືອງໂດຍຊາວ ຊີຣີ ເປັນຜູ້ນຳພາ ແລະ ເປັນເຈົ້າຂອງ, ບົນພື້ນຖານມະຕິເລກທີ 2254 ເຊິ່ງ ສະພາຄວາມໝັ້ນຄົງ ສປຊ ໄດ້ເຫັນດີເຫັນພ້ອມຮັບຮອງເອົາເມື່ອປີ 2015. ເພື່ອຊຸກຍູ້ວິວັດການດ້ານການເມືອງຢູ່ ຊີຣີ, ຕ້ອງຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີການໂອ້ລົມສົນທະນາລະຫວ່າງບັນດາຝ່າຍ ຢູ່ ຊີຣີກໍ່ຄືໃນປະຊາຄົມສາກົນ. ຄຽງຄູ່ກັນນັ້ນ, ທ່ານເອກອັກຄະລັດຖະທູດ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍ ຈຶ່ງຈຳກັດບັນດາການກະທຳທີ່ອາດຈະເຮັດໃຫ້ສະພາບການເຄັ່ງຕຶງເພີ່ມຂຶ້ນ, ຮັກສາສະພາບການສະຖຽນລະພາບ ເພື່ອຮັບໃຊ້ໃຫ້ແກ່ບັນດາຄວາມມານະພະຍາຍາມເຈລະຈາ.
ຟ້າມຮວນ, ນັກຂ່າວ VOV ປະຈຳ ອາເມລິກາ