ຄວາມມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດບໍ່ທັນແຕກຕົກຄ້າງຫລັງສົງຄາມຢູ່ຫວຽດນາມ
ວຽກງານເກັບກູ້ລະເບີດບໍ່ທັນແຕກຫລັງສົງຄາມ
ພາບ:baomoi.com
|
(vovworld)- ຕອນບ່າຍວັນທີ 28/3, ທີ່ຮ່າໂນ້ຍ ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຈັດຕັ້ງການພົບປະສົນທະນາແຈ້ງຂ່າວກ່ຽວກັບວຽກງານແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດບໍ່ທັນແຕກຕົກຄ້າງຫລັງສົງຄາມຢູ່ຫວຽດນາມ. ນີ້ແມ່ນການເຄື່ອນໄຫວມຸ່ງໄປເຖິງການສະເຫລີມສະຫລອງວັນປ້ອງກັນ,ຄວບຄຸມລູກລະເບີດ (4/4). ຫວຽດນາມແມ່ນຫນຶ່ງໃນບັນດາປະເທດຖືກມົນລະພິດຈາກລູກລະເບີດຢ່າງຮ້າຍແຮງ ແລະ ຖືກຜົນຮ້າຍຢ້ອນຫລັງຢ່າງຫນັກຫນ່ວງກວ່າໝູ່ໃນໂລກ. ຄາດວ່າ ປະລິມານລູກລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຫລັງສົງຄາມປະມານ 800.000 ໂຕນ, ເຮັດໃຫ້ 20% ເນື້ອທີ່ດິນໃນທົ່ວປະເທດຖືກມົນລະພິດ. ປະຈຸບັນ, ລູກລະເບີດ, ວັດຖຸລະເບີດບໍ່ທັນແຕກຍັງຕົກຄ້າງຢູ່ກະແຈກກະຈາຍທົ່ວບັນດາແຂວງ, ນະຄອນ, ໃນນັ້ນ ສຸມໃສ່ຫລາຍສຸດແມ່ນຢູ່ພາກກາງຫວຽດນາມ. ໃນຊຸມປີຜ່ານມາ, ພັກ ແລະ ລັດ ໄດ້ກຳນົດເລື່ອງແກ້ໄຂຜົນຮ້າຍຈາກລູກລະເບີດ, ວັດຖຸລະເບີດບໍ່ທັນບໍ່ທັນແຕກຫລັງສົງຄາມ ແມ່ນຫນ້າທີ່ຮີບດ່ວນ ແລະ ເປັນປະຈຳ, ຍາວນານ. ທ່ານ ໂຕດືກ, ຮອງຫົວຫນ້າກົມອຸປະກະລະສັງຄົມ ໃຫ້ຮູ້ວ່າ:
“ແຕ່ລະປີ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ແນະນຳໃຫ້ບັນດາທ້ອງຖິ່ນຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກລູກລະເບີດບໍ່ທັນແຕກ. ໃນນັ້ນ ເອົາໃຈໃສ່ເຖິງການສອນວິຊາຊີບ, ວຽກເຮັດງານທຳໃຫ້ບັນດາຜູ້ປະສົບເຄາະຮ້າຍ, ຫນູນຊ່ວຍຮູບແບບທຳມາຫາກິນຄື: ລ້ຽງງົວ, ລ້ຽງໝູ, ປູກເຫັດ ແລະ ປະຕິບັດບໍລິການຈຳນວນຫນຶ່ງເໝາະສົມກັບຄວາມຕ້ອງການດ້ານສຸຂະພາບຂອງບັນດາຜູ້ປະສົບເຄາະຮ້າຍຈາກລູກລະເບີດບໍ່ທັນແຕກ ແລະ ຄວາມຕ້ອງການຂອງຕະຫລາດຢູ່ບໍລິເວນ.”