(vovworld) - ແຕ່ວັນທີ 10 – 16/8/2012, ໄດ້ດຳເນີນສັບປະດາຫວຽດນາມ - ລາວ ຢູ່ແຂວງແທງຮ໋ວາ (ຫວຽດນາມ) ແລະ ຫົວພັນ (ລາວ), ດ້ວຍບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ, ກິລາ ທີ່ອຸອົມສົມບຸນ. ນີ້ແມ່ນການເຄື່ອນໄຫວຢ່າງແທດຈິ່ງເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ - ລາວ 2012, ສະເຫຼີມສະຫຼອງ 35 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື, 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ລາວ; ພ້ອມກັນນັ້ນກໍ່ສະເຫຼີມສະຫຼອງ 45 ປີແຫ່ງວັນຜູກສ່ຽວ ແລະ ລົງນາມໃນສັນຍາຮ່ວມມືລະຫວ່າງແຂວງແທງຮ໋ວາ - ຫົວພັນ (1967 - 2012). ໃນ 5 ປີທີ່ຈະມາເຖິງ, ສອງແຂວງຈະສູ້ຊົນຍົກວົງເງິນຂ້າອອກ ຂ້າເຂົ້າບັນລຸ 25 ລ້ານ USD ຂຶ້ນໄປ. ແຂວງແທງຮ໋ວາ ກໍໄດ້ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາອົງການ, ວິສາຫະກິດ, ບັນດາຄອບຄົວຂອງແຂວງຫົວພັນ ມາຄົ້ນຄວ້າ, ຮໍ່າຮຽນເອົາບົດຮຽນໃນການຜະລິດດຳເນີນທຸລິກິດ, ພັດທະນາເສດຖະກິດຟາມ, ພັດທະນາບັນດາຮູບແບບວິສາຫະກິດ, ລົງທຶນດຳເນີນທຸລະກິດຢູ່ແຂວງແທງຮ໋ວາ. ພ້ອມກັນນັ້ນ, ແຂວງຫົວພັນ ຈະໃຫ້ບຸລິມະສິດໃຫ້ແກ່ບັນດານັກລົງທຶນຂອງແຂວງແທນຮ໋ວາ ເຂົ້າຮ່ວມບັນດາໂຄງການລົງທຶນໃນທຸກຂົງເຂດຄື ກໍ່ສ້າງພື້ນຖານໂຄງລ່າງ, ປຸງແຕ່ງເຄື່ອນປາຂອງດົງ, ເຂື່ອນໄພຟ້ານ້ຳຕົກ… ສອງແຂວງຍັງເປັນເອກະພາບນຳກັນສູ້ຊົນຊຸກຍູ້ວຽກງານປັກຫຼັກໝາຍຊາຍແດນທາງບົກໃຫ້ສຳເລັດຜົນໃນທ້າຍປີ 2012 .