ຄວາມຮັບຜິດຊອບສັງຄົມຂອງວິສາຫະກິດສ.ເກົາຫຼີຢູ່ຫວຽດນາມ

ຄວາມຮັບຜິດຊອບສັງຄົມຂອງວິສາຫະກິດສ.ເກົາຫຼີຢູ່ຫວຽດນາມ - ảnh 1
​ການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ຄວາມຮັບຜິດຊອບ​ສັງຄົມ
​ຂອງ​ວິ​ສາ​ຫະກິດ ສ.​ເກົາຫຼີ ຢູ່​ ຫວຽດນາມ
(ພາບ: tuoitrethudo.vn)

(vovworld) –​ ວັນ​ທີ 6/10, ຢູ່​ຮ່າ​ໂນ້ຍ, ສະຖານທູດ ສ.​ເກົາຫຼີ ປະຈຳ ຫວຽດນາມ ​ແລະ ສະຫະ​ສະມາຄົມ​ການ​ຄ້າ - ອຸດສາຫະກຳ ສ.​ເກົາຫຼີ ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ຄວາມຮັບຜິດຊອບ​ສັງຄົມ​ຂອງ​ວິ​ສາ​ຫະກິດ ສ.​ເກົາຫຼີ ຢູ່​ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ທ່ານ​ເອກ​ອັກຄະ​ລັດຖະທູດ ສ.​ເກົາຫຼີ ປະຈຳ ຫວຽດນາມ Jun Dae Ju ​ແລະ ທ່ານ​ປະທານ​ສະຫະ​ສະມາຄົມ​ການ​ຄ້າ - ອຸດສາຫະກຳ ສ.​ເກົາຫຼີ Ryu Hang Ha ​ເນັ້ນ​ໜັກວ່າ​ຄວາມ​ຮັບຜິດຊອບ​ສັງຄົມ​ຂອງ​ວິ​ສາ​ຫະກິດ ສ.​ເກົາຫຼີ ຢູ່ ຫວຽດນາມ ຍາມ​ໃດ​ກໍ​ຮ່ວມ​ເດີນທາງ​ພ້ອມກັນ​ການ​ເຄື່ອນ​ໄຫວ​ຜະລິດດຳ​ເນີນ​ທຸລະ​ກິດ. ທ່ານ​ເອກ​ອັກຄະ​ລັດຖະທູດ ສ.​ເກົາຫຼີ Jun Dae Ju ຫວັງວ່າ​ປີ 2015, ພາຍ​ຫລັງສັນຍາ​ການ​ຄ້າ​ເສລີ (FTA) ຫວຽດນາມ - ສ.​ເກົາຫຼີ ມີ​ຜົນບັງຄັບ​ໃຊ້ນັ້ນ ຈຸດໝາຍ​ແລກປ່ຽນ​ການ​ຄ້າ 2 ສົ້ນບັນ​ລຸ 70 ຕື້ USD ​ໃນ​ປີ 2020 ​ເຊິ່ງກາ​ນນຳ 2 ປະ​ເທດ ບັນລຸ​ໄດ້ນັ້ນ​ແມ່ນ​ສາ​ມາດ​ປະຕິບັດ​ໄດ້​ຢ່າງ​ສິ້ນ​ເຊິ່ງ

        ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫງວຽນ​ວັນ​ຈູງ ​ເນັ້ນ​ໜັກ​ວ່າ​: ລັດຖະບານ ຫວຽດນາມ ຕີ​ລາຄາ​ສູງ​ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ ສ.​ເກົາຫຼີ ຢູ່ ຫວຽດນາມ ຢູ່​ທັງ 3 ​ແງ່​ມູມ​ລວມມີ: ​ເສດຖະກິດ, ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ, ປະກອບສ່ວນ​ພ້ອມ​ກັບ ຫວຽດນາມ ປະຕິບັດ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ ​ແລະ ພັດທະນາ​ເສດຖະກິດ…

ຂ່າວ/ບົດ​ອື່ນ