ຄວາມ​ເຄັ່ງ​ຕຶງ ເຮ​ໂບ​ລາ - ອິດ​ສະ​ຣາ​ແອັນ: ອິດ​ສະ​ຣາ​ແອັນ ດຳ​ເນີນ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຄັ້ງ​ໃໝ່​ເລັ່ງ​ໃສ່​ໃຈ​ກາງ​ນະ​ຄອນຫຼວງ Beirut ຂອງ ລີ​ບັງ

(VOVWORLD) - ຕອນເຊົ້າວັນທີ 3 ຕຸລາ, ອິດສະຣາແອັນ ໄດ້ດຳເນີນບັ້ນບຸກໂຈມຕີເລັ່ງໃສ່ສູນສາທາລະນະສຸກຢູ່ເຂດ al-Bachoura ຢູ່ໃຈກາງນະຄອນຫຼວງ Beirut ຂອງ ລີບັງ, ເຮັດໃຫ້ເຮືອນ, ອາຄານ ແລະ ຍານພາຫະນະຕ່າງໆຢູ່ເຂດນັ້ນ ຖືກຜົນເສຍຫາຍຫຼາຍພໍສົມຄວນ. 
ຄວາມ​ເຄັ່ງ​ຕຶງ ເຮ​ໂບ​ລາ - ອິດ​ສະ​ຣາ​ແອັນ: ອິດ​ສະ​ຣາ​ແອັນ ດຳ​ເນີນ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຄັ້ງ​ໃໝ່​ເລັ່ງ​ໃສ່​ໃຈ​ກາງ​ນະ​ຄອນຫຼວງ Beirut ຂອງ ລີ​ບັງ - ảnh 1ເທດສະບານ Khiyam, ລີບັງ ພາຍຫຼັງບັ້ນບຸກໂຈມຕີທາງອາກາດ ຂອງວັນທີ 30 ກັນຍາ (ພາບ:THX/TTXVN)

ຕາມກະຊວງສາທາລະນະສຸກສາທາລະນະ ລີບັງ ແລ້ວ, ເຫດບຸກໂຈມຕີທາງອາກາດນີ້ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 5 ຄົນ ແລະ 11 ຄົນໄດ້ຮັບບາດເຈັບ, ເຊິ່ງກ່ອນໜ້ານັ້ນ, ອິດສະຣາແອັນ ກໍໄດ້ດຳເນີນບັ້ນບຸກໂຈມຕີທາງອາກາດເລັ່ງໃນເຂດ Haret Hreik ຢູ່ເຂດຊານເມືອງທາງທິດໃຕ້ Beirut. ກອງທັບ ອິດສະຣາແອັນ ໄດ້ຮຽກຮ້ອງໃຫ້ປະຊາຊົນຢູ່ເຂດດັ່ງກ່າວຕ້ອງຍົກຍ້າຍໄປຍັງບ່ອນປອດໄພ ພາຍຫຼັງທີ່ຖະແຫຼງວ່າ ຈະຜັນຂະຫຍາຍບັ້ນບຸກໂຈມຕີຄັ້ງຕ່າງໆເລັ່ງໃສ່ຮາກຖານຂອງກຳລັງ ເຮໂບລາ ຢູ່ ລີບັງ ຕື່ມອີກ.

        ຕອນຄ່ຳວັນທີ 02 ຕຸລາ, ທ່ານນາຍົກລັດຖະມົນຕີ ຊົ່ວຄາວ ລີບັງ Najib Mikati ໄດ້ກ່າວຫາບັນດາບັ້ນບຸກໂຈມຕີຂອງ ອິດສະຣາແອັນ ເລັ່ງໃສ່ປະເທດນີ້ ເຮັດໃຫ້ປະຊາຊົນ 1,2 ລ້ານຄົນ ຕ້ອງໄປລີ້ໄພ. ທ່ານຮຽກຮ້ອງໃຫ້ປະຕິບັດຄຳສັ່ງຢຸດຍິງລະຫວ່າງກອງທັບ ອິດສະຣາແອັນ ແລະ ເຮໂບລາ, ຢຸດຕິການນອງເລືອດ ແລະ ການມ້າງພັງປະເທດລີບັງ ໃນທັນທີ.

ບ໊າທີ, ນັກຂ່າວ VOV ປະຈຳ ອີຢິບ

 

ຕອບກັບ

ຂ່າວ/ບົດ​ອື່ນ