ຄວາມ​ເຄັ່ງ​ຕຶງ​ຢູ່ ພາກພື້ນ​ຕາ​ເວັນ​ອອກ​ກາງ: Hezbollah ສືບ​ຕໍ່​ຍິງ​ລູກ​ສອນ​ໄຟ​ເລັ່ງ​ໃສ່​ນະ​ຄອນ​ໃຫຍ່ອັນ​ດັບ​ທີ 3 ຂອງ ອິດ​ສະ​ລາ​ແອັນ

(VOVWORLD) - ຕອນເຊົ້າວັນທີ 7 ຕຸລາ, ຕຳຫຼວດອິດສະລາແອັນ ໄດ້ປະກາດວ່າ ກຳລັງ Hezbollah ໄດ້ຍິງລູກສອນໄຟບຸກໂຈມຕີ Haifa, ນະຄອນໃຫຍ່ອັນດັບທີ 3 ຂອງ ອິດສະລາແອັນ. ໃນຂະນະນັ້ນ, ສື່ມວນຊົນປະເທດນີ້ ໄດ້ລົງຂ່າວວ່າ ມີຜູ້ຮັບບາດເຈັບ 10 ຄົນຢູ່ເຂດທາງທິດເໜືອປະເທດນີ້.
ຄວາມ​ເຄັ່ງ​ຕຶງ​ຢູ່ ພາກພື້ນ​ຕາ​ເວັນ​ອອກ​ກາງ: Hezbollah ສືບ​ຕໍ່​ຍິງ​ລູກ​ສອນ​ໄຟ​ເລັ່ງ​ໃສ່​ນະ​ຄອນ​ໃຫຍ່ອັນ​ດັບ​ທີ 3 ຂອງ ອິດ​ສະ​ລາ​ແອັນ - ảnh 1ການບຸກໂຈມຕີຂອງກຳລັງHezbollah  ເລັ່ງໃສ່ອິດສະລາແອັນ (ພາບ: IRNA/TTXVN)

Hezbollah ໃຫ້ຮູ້ວ່າ ເຂົາເຈົ້າ ໄດ້ບຸກໂຈມຕີ ດ້ວຍລູກສອນໄຟ “Fadi 1” ທີ່ເລັ່ງໃສ່ເປົ້າໝາຍແມ່ນຖານທີ່ໝັ້ນຂອງກອງທັບຢູ່ທາງທິດໃຕ້ນະຄອນ Haifa .  ໃນນັ້ນ, ບັນດາພາຫະນະສື່ມວນຊົນໄດ້ແຈ້ງໃຫ້ຊາບວ່າ ລູກສອນໄຟ 2 ລູກໄດ້ຍິງຖືກ Haifa. ຕາມຕຳຫຼວດ ອິດສະລາແອັນແລ້ວ, ມີຕຶກອາຄານ ແລະ ຊັບສິນຈຳນວນໜຶ່ງຖືກເປ່ເພ, ມີຜູ້ຮັບບາດເຈັບຈຳນວນໜຶ່ງ. ກ່ຽວຂ້ອງເຖິງຄວາມເຄັ່ງຕຶງໃນປັດຈຸບັນ ຢູ່ພາກພື້ນຕາເວັນອອກກາງ, ຕອນເຊົ້າວັນທີ 7 ຕຸລາ ສຳນັກຂ່າວສານແຫ່ງລັດ ອີຣານ IRNA ໄດ້ລົງຂ່າວວ່າ ອຳນາດການປົກຄອງ ອີຣານໄດ້ປະກາດເຊື່ອມຕໍ່ການຄົມມະນາຄົມທາງການບິນ ພາຍຫຼັງ ຖ້ຽວບິນຈຳນວນໜຶ່ງຖືກຍົກເລີກ ຍ້ອນການເຄື່ອນໄຫວທີ່ຖືກຈຳກັດ. ເມື່ອແລກປ່ຽນກັບວົງການນັກຂ່າວ, ທ່ານ Jafar Yazarloo ໂຄສົກອົງການການບິນ ພົນລະເຮືອນ ອີຣານ ໃຫ້ຮູ້ວ່າ: ບັນດາຖ້ຽວບິນໄດ້ຮັບການຂຸດຄົ້ນຄືນໃໝ່ ນັບແຕ່ເວລາ 23 ໂມງຂອງຕອນຄ່ຳວັນທີ 6 ຕຸລາ, ຕາມເວລາທ້ອງຖິ່ນ ແລະ ໄດ້ປະຕິບັດຢ່າງຖືກຕ້ອງຕາມແຜນການການບິນ.

ຕອບກັບ

ຂ່າວ/ບົດ​ອື່ນ