ຄວາມເຄັ່ງຕຶງຢູ່ເຂດອ່າວເປີເຊຍ: ອາເມລິກາ ອອກຄຳສັ່ງກັກກ່ຳປັ່ນຂົນສົ່ງນ້ຳມັນ Grace 1 ຂອງອີຣານ

(VOVWORLD) -ວັນທີ 16 ສິງຫາ, ກະຊວງຍຸຕິທຳອາເມລິກາ ໄດ້ປະກາດສຳຄັ່ງກັກກ່ຳປັ່ນຂົນສົ່ງນ້ຳມັນ Grace 1 ຂອງອີຣານ, ພາຍຫຼັງ 1 ວັນທີ່ສານສູງສຸດ Gibraltar ອອກຄຳຕັດສິນປ່ອຍກ່ຳປັ່ນລຳນີ້.

ຄວາມເຄັ່ງຕຶງຢູ່ເຂດອ່າວເປີເຊຍ: ອາເມລິກາ ອອກຄຳສັ່ງກັກກ່ຳປັ່ນຂົນສົ່ງນ້ຳມັນ Grace 1 ຂອງອີຣານ - ảnh 1

 (ພາບປະກອບ: IRNA/TTXVN)

ກະຊວງດັ່ງກ່າວໄດ້ກ່າວຫາກ່ຳປັ່ນ Grace 1 ວ່າຍັງຈອດຢູ່ເຂດນ້ຳແດນດິນຂອງອັງກິດ ຢູ່ທະເລເມດີເຕຣາເນ, ແມ່ນນອນໃນ “ກົນອຸບາຍສຳຜັດກັບລະບົບການເງິນຂອງອາເມລິກາ ຢ່າງຜິດກົດໝາຍ ເພື່ອໜູນຊ່ວຍການຂົນສົ່ງຢ່າງຜິດກົດໝາຍ ຈາກອີຣານ ໄປເຖິງຊີຣີ ໂດຍກຳລັງທະຫານປ້ອງກັນປະຕິວັດອິດສະລາມອີຣານ (IRGC) ປະຕິບັດ”.

        ຕາມຄຳສັ່ງດັ່ງກ່າວແລ້ວ, ກ່ຳປັ່ນລຳນີ້ພ້ອມກັບນ້ຳມັນທັງໝົດແມ່ນຈະຖືກກັກໄວ້ຍ້ອນໄດ້ລ່ວງລະເມີດກົດໝາຍສິດເສດຖະກິດຮີບດ່ວນສາກົນ (IEEPA) ແລະ ອີງໃສ່ກົດລະບຽບຮີບຊັບ ຍ້ອນມີການສໍ້ໂກງທະນາຄານ, ຟອກເງິນ ແລະ ກໍ່ການຮ້າຍ.

        ປະຈຸບັນຝ່າຍອັງກິດ ຫຼື ອຳນາດການປົກຄອງ Gibraltar ຍັງບໍ່ທັນມີປະຕິກິລິຍາຫຍັງເທື່ອກ່ຽວກັບຄຳສັ່ງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ