ຄວາມເຄັ່ງຕຶງລະຫວ່າງສ.ເກົາຫຼີ ແລະ ສປປເກົາຫຼີ ເພີ່ມຂຶ້ນ

ຄວາມເຄັ່ງຕຶງລະຫວ່າງສ.ເກົາຫຼີ ແລະ ສປປເກົາຫຼີ ເພີ່ມຂຶ້ນ - ảnh 1
(ການ​ແຈກ​ຢາຍໃບ​ປີວ)

(vovworld) -     ວັນ​ທີ 19/10, ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງສ.​ເກົາຫຼີ ​ແລະ ສປປ​ເກົາຫຼີ ​ເພີ່ມ​ຂຶ້ນ​ພາຍຫຼັງທີ່ ສປປ ​ເກົາຫຼີ ​ແລະ ​ສ.​ເກົາຫຼີ ​ພ​້ອມກັນຍົກ​ອອກບັນດາ​ຄຳ​ຖະ​ແຫຼ​ງທີ່​ຂັ້ມແຂງ​. ສຳນັກ​ຂ່າວສານ KCNA ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ກອງ​ບັນຊາ​ການ​ແນວ​ໂຮມ​ເຂດ​ຕາ​ເວັນ​ຕົກ ຂຶ້ນ​ກັບ​ກອງທັບ​ປະຊາຊົນ​ສປປ ​ເກົາຫຼີ (KPA) ​ທີ່​ກາວ​ເຕື່ອນຈະ​ຍິງ​ປືນໃສ່​ເຂດ​ຊາຍ​ແດນ​ຂອງ​ສ.​ເກົາຫຼີ ຖ້າ​ຫາກ​ປະ​ເທດ​ນີ້​ສືບ​ຕໍ່​ການ​ແຈກ​ຢາຍໃບ​ປີວຕ້າຍ​ສປປ ​ເກົາຫຼີ ​ໃນ​ອາທິດ​ຈະ​ມາ​ເຖິງ. KPA ​ໄດ້​ເວົ້າ​ວ່າ ​ໃບ​ປີວຈະ​ຖືກແຈກ​ຢາຍ​ອອກຢູ່​ເມືອງ Rimjin Pavillion ຂອງນະຄອນ Paju, ​ແຂວງ Kyonggi ຂອງສ​ເກົາຫຼີ ​ໃນ​ຕອນ​ທ່ຽງ​ວັນ​ທີ 22/10, ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໂດຍ​ກອງ​ທັບ​ສ.​ເກົາຫຼີ ປະຕິບັດ​ພາຍ​ໃຕ້​ການ​ຊີ້​ນຳ​ໂດຍ​ກົງ​ຈາກ​ລັດຖະບານ. ​ເພື່ອ​ຕອບ​ຄືນ​ການ​ຂົ່ມ​ຂູ່​ຂອງ​ຝ່າຍ​ພຽງ​ຢາງ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດສ.​ເກົາຫຼີ Kim Kwan jin ​ໄດ້​ຢືນຢັນ​ວ່າ ​ເສ​ອຸນ ຈະ​ໂຕ້​ຕອບ​ຖ້າ​ ສປປ ​ເກົາຫຼີ ບຸກ​ໂຈມ​ຕີ.

ຂ່າວ/ບົດ​ອື່ນ