ຄວາມເຄັ່ງຕຶງໃນການພົວພັນລະຫວ່າງອາເມລິກາ-ຕວກກີຖືກເພີ່ມຂຶ້ນ

(VOVWORLD) -ວັນທີ 11 ສິງຫາ, ທ່ານປະທານາທິບໍດີຕວກກີ Tayyip Erdogan ໃຫ້ຮູ້ວ່າ, ໄດ້ມີແຜນການເລີ່ມນຳໃຊ້ສະກຸນເງິນ ລີຣາ (Lira) ແທນທີ່ນຳໃຊ້ສະກຸນເງິນ USD ໃນການແລກປ່ຽນການຄ້າກັບບັນດາຄູ່ຮ່ວມມືຫຼັກແຫຼ່ງຂອງປະເທດນີ້, ໃນນັ້ນມີລັດເຊຍ, ຈີນ, ອີຣານ ແລະ ຢູແກຼນ.

ຄວາມເຄັ່ງຕຶງໃນການພົວພັນລະຫວ່າງອາເມລິກາ-ຕວກກີຖືກເພີ່ມຂຶ້ນ - ảnh 1

 ແລະ ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ທ່ານປະທານາທິບໍດີຕວກກີ Tayyip Erdogan

(ພາບປະກອບ: Hurriyet Daily News)

ຖະແຫຼງການດັ່ງກ່າວຖືກຍົກອອກມາພາຍຫຼັງໜຶ່ງວັນທີ່ທ່ານປະທານາທິບໍດີອາເມລິກາ Donald Trump ອະນຸດຍາດໃຫ້ເພີ່ມອັດຕາພາສີນຳເຂົ້າອາລູມີນຽມ ແລະ ເຫຼັກກ້າ ຈາກຕວກກີ ຂຶ້ນທົບ 2 ເທົ່າ. ປະຕິກິລິຍາຕໍ່ການກະທຳດັ່ງກ່າວ, ເງິນລີຣາ ຂອງຕວກກີ ເສຍຄ່າ 20% ເມື່ອທຽບໃສ່ສະກຸນເງິນ USD, ລົງຢູ່ໃນລະດັບຕ່ຳສຸດ. ພ້ອມທັງ, ທ່ານ Erdogan ຢືນຢັນວ່າ, ພ້ອມແລ້ວທີ່ຈະນຳໃຊ້ສະກຸນເງິນເອີໂລ ໃນການແລກປ່ຽນການຄ້າກັບບັນດາປະເທດເອີລົບ ຖ້າບັນດາປະເທດນີ້ພ້ອມແລ້ວ.

        ເຫດການອື່ນໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດຕວກກີ Binali Yildirim ຖືວ່າ ທັດສະນະເປັນປໍລະປັກຂອງອາເມລິກາ ຕໍ່ລັດເຊຍ ແລະ ຕວກກີ ແມ່ນບໍ່ຊອບທຳ.

ຕອບກັບ

ຂ່າວ/ບົດ​ອື່ນ