ລາຍການສະແດງສິລະປະໃນງານບຸນວັດທະນະທຳພື້ນເມືອງ
ຫວຽດບັກ
ພາບ:baodaclak
|
(vovworld)- ໃນວັນທີ 10 ແລະ 11/2 ຢູ່ຕາແສງ Ea Tam ເມືອງ Krong Nang ແຂວງ ດັກລັກ, ໄດ້ດຳເນີນ “ງານບຸນວັດທະນະທຳພື້ນເມືອງ ຫວຽດບັກ”. ບັນດາການເຄື່ອນໄຫວດ້ານວັດທະນະທຳສິລະປະທີ່ເປັນເອກະລັກສະເພາະຄື: ຂັບແທນຂອງຊາວເຜົ່າໄຕ, ເຕັ້ນສ້າວຂອງຊາວເຜົ່າຜູ້ໄທ ແລະ ຕະຫລາດນັດແຫ່ງຄວາມຮັກຂອງຊາວເຜົ່າຢ້າວ, ຊາວເຜົ່າມົ້ງທີ່ງານບຸນໄດ້ດຶງດູດການເຂົ້າຮ່ວມຂອງຊາວທ້ອງຖິ່ນ ແລະ ນັກທ່ອງທ່ຽວເປັນຈຳນວນຫລວງຫລາຍ. ທ່ານ ດີງກົງເຫືອງ, ເລຂາຄະນະພັກຕາແສງ Ea Tam ເມືອງ Krong Nang ໃຫ້ຮູ້ວ່າ: ທົ່ວຕາແສງມີພົນລະມືອງກວ່າ 11.000 ຄົນ, ໃນນັ້ນ ກວ່າ 84% ແມ່ນຊາວຊົນເຜົ່າຈາກພາກເຫນືອເຂົ້າມາດຳລົງຊີວິດ. ງານບຸນດັ່ງກ່າວຖືກຈັດຂຶ້ນໃນວັນທີ 15 ເດືອນຈຽງປະຈຳປີ ເພື່ອແນໃສ່ອະນຸລັກຮັກສາຈຸດວັດທະນະທຳເປັນເອກະລັກສະເພາະ ພ້ອມທັງສ້າງເງື່ອນໄຂເພື່ອໃຫ້ພໍ່ແມ່ປະຊາຊົນພົວພັນແລກປ່ຽນນຳກັນ, ສ້າງຄວາມເບີກບານມ່ວນຊື່ນໃນຊຸມມື້ຕົ້ນປີໃຫມ່ ເພີ່ມທະວີຄວາມສາມັກຄີກັບປະຊາຊົນບັນດາເຜົ່າຢູ່ເຂດໄຕງວຽນ ພ້ອມກັນສ້າງສາບ້ານເກີດເມືອງນອນ. ທ່ານ ດີງກົງເຮືອງ ແບ່ງປັນວ່າ:
“ງານບຸນວັດທະນະທຳພື້ນເມືອງ ຫວຽດບັກ ຄວນໄດ້ຮັບການເສີມຂະຫຍາຍ, ພວກເຮົາຢາກຮັກສາບັນດາທຳນອງຂັບແທນ, ເຕັ້ນສ້າວໄວ້ໄດ້ ພວກເຮົາຄວນຈັດຕັ້ງງານບຸນເພື່ອແນໃສ່ໃຫ້ລູກຫລານຮູ້ຈັກເຖິງເພື່ອສືບຕໍ່ຮັກສາສີສັນວັດທະນະທຳຂອງຊົນເຜົ່າຕົນ.”