ຄູ​ສອນ ຫວຽດ​ນາມໄດ້​​ຈັດ​ເຂົ້າໃນ Top 10 ຄູ​ສອນ​ທົ່ວ​ໂລກ

(VOVWORLD) -ໃນເດືອນມີນາ 2020, ຄູສອນ ຮ່າແອ໊ງເຟື້ອງ ກໍ່ຖືກຄັດເລືອກໃຫ້ເປັນໜຶ່ງໃນ ຄູສອນ 50 ຄົນ ທີ່ມີການປະກອບສ່ວນດີເດັ່ນພິເສດເຂົ້າໃນຂົງເຂດການສຶກສາ.
ຄູ​ສອນ ຫວຽດ​ນາມໄດ້​​ຈັດ​ເຂົ້າໃນ Top 10 ຄູ​ສອນ​ທົ່ວ​ໂລກ - ảnh 1ຄູສອນ ຮ່າແອ໊ງເຟື້ອງໃນຊົ່ວໂມງຮຽນອອນລາຍ

ວັນທີ 11 ພະຈິກ, ອົງການສຶກສາທຳການກຸສົນ Varkey Foundation  ໄດ້ປະກາດວ່າ ຄູ່ສອນ ຮ່າແອ໊ງເຟື້ອງ, ອາຍຸ 29 ປີ, ຄູສອນວິຊາພາສາອັງກິດ, ສັງກັດໂຮງຮຽນມັດທະຍົມຕອນປາຍ ເຮືອງເກິ່ນ, ແຂວງຝູເທາະ ໄດ້ຈັດເຂົ້າໃນ Top 10 ຄູສອນທົ່ວໂລກ.

ຄູສອນ ຮ່າແອງເຟື້ອງ ແມ່ນຄູສອນ ຫວຽດນາມຄົນທຳອິດມຮາໄດ້ຈັດເຂົ້າໃນ Top 10 ແລະ ກໍ່ແມ່ນຄູສອນມີອາຍຸໜຸ່ມກ່ວາໝູ່ ໂດຍ ຄະນະຈັດຕັ້ງລາງວັນຄູສອນທົ່ວໂລກ (Global Teacher Prize) Varkey Foundation ເປັນຜູ້ຄັດເລືອກ , ພ້ອມກັບຄູສອນຄົນຕ່າງໆທີ່ມາຈາກ ອີຕາລີ, ບຣາຊິນ, ລາຊະອານາຈັກ ອັງກິດ, ອາເມລິກາ, ອາບຟຼິກກາໃຕ້, ນີເຊເຣຍ, ອິນເດຍ, ມາເລເຊຍ ແລະ ສ.ເກົາຫຼິ.

ກ່ອນໜ້ານັ້ນ, ໃນເດືອນມີນາ 2020, ຄູສອນ ຮ່າແອ໊ງເຟື້ອງ ກໍ່ຖືກຄັດເລືອກໃຫ້ເປັນໜຶ່ງໃນ ຄູສອນ 50 ຄົນ ທີ່ມີການປະກອບສ່ວນດີເດັ່ນພິເສດເຂົ້າໃນຂົງເຂດການສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ