ຄະນະກິລາຫວຽດນາມຢັ້ງຢືນທີ່ຕັ້ງນຳໜ້າໃນຕາຕະລາງຈັດອັນດັບ
ງານມະຫາກຳກິລາຫາດຊາຍທະເລ ອາຊີ ຄັ້ງທີ 5 (ABG 5)
(vovworld) - ພາຍຫຼັງແຂ່ງຂັນກິລາ 14 ປະເພດມາເປັນເວລາ 1 ກວ່າສັບປະດາ, ງານມະຫາກຳກິລາຫາດຊາຍທະເລ ອາຊີ ຄັ້ງທີ 5 (ABG 5), ໄດ້ອັດລົງໃນວັນທີ 2/10. ໃນວັນແຂ່ງຂັນສຸດທ້າຍ, ຄະນະນັກກິລາປະເທດເຈົ້າພາບ ຫວຽດນາມ ສືບຕໍ່ສ້າງຄວາມປະທັບໃຈເມື່ອຄ້ວາ ຫຼຽນຄຳຕື່ມອີກ 10 ຫຼຽນ ແລະ ສິ້ນສຸດງານມະຫາກຳກິລາ, ຫວຽດນາມ ຖືກຈັດອັນດັບ 1 ດ້ວຍຜົນງານ 52 ຫຼຽນຄຳ, 44 ຫຼຽນເງິນ ແລະ 43 ຫຼຽນທອງ. ໃນງານມະຫາກຳກິລາຫາດຊາຍທະເລ ອາຊີ ຄັ້ງທີ 5 ມີ 35 ປະເທດ ແລະ ເຂດແຄ້ວນຍາດໄດ້ຫຼຽນ. ນີ້ກໍ່ແມ່ນງານມະຫາກຳກິລາທີ່ສ້າງຄວາມຕົກຊະເງີ້ເມື່ອຄະນະນັກກິລາ: ກຳປູເຈຍ, ລາວ, ຟີລິບປິນ, ສິງຄະໂປ, ມຽນມາ ຂອງພາກພື້ນ ອາຊີຕາເວັນອອກບັນລຸໄດ້ຜົນງານດີເດັ່ນຫຼາຍຢ່າງ.