(vovworld) - ວັນທີ 11/11, ຄະນະກວດກາຂອງກົມການເມືອງ ໂດຍທ່ານ To Huy Rua ກຳມະການກົມການເມືອງ, ຫົວໜ້າຄະນະຈັດຕັ້ງສູນກາງ ເປັນຫົວນ້າຄະນະ ໄດ້ມີການເຮັດວຽກກັບຄະນະປະຈຳພັກແຂວງ Ba Ria – Vung Tau ກ່ຽວກັບຜົນຂອງການປະຕິບັດມະຕິສູນກາງ 6 ຊຸດທີ 10 ກ່ຽວກັບ “ການຍົກສູງຄວາມສາມາດນຳພາ, ກຳລັງຕໍ່ສູ້ຂອງອົງການພັກຮາກຖານ ແລະ ຄຸນນະພາບຖັນແຖວພະນັກງານສະມາຊິກພັກ”. ກ່ອນໜ້ານັ້ນ, ວັນທີ 10/11, ຄະນະໄດ້ມີການເຮັດວຽກກັບອົງຄະນະພັກເມືອງ Tan Thanh, ຕາແສງ Long Toan, ນະຄອນ Ba Ria ເພື່ອແນໃສ່ຊອກຮູ້, ຕີລາຄາສະພາບຕົວຈິງຢູ່ຂັ້ນຮາກຖານ, ຜ່ານການເຮັດວຽກ 3 ຕອນ, ທ່ານ To Huy Rua ຢືນຢັນວ່າ ມະຕິສູນກາງເລກທີ 6 ຊຸດທີ 10 ໄດ້ຕອບສະໜອງຄວາມຕ້ອງການຂອງທ້ອງຖິ່ນຕ່າງໆ. Ba Ria – Vung Tau ໄດ້ເອົາໃຈໃສ່ ແລະ ປະຕິບັດມະຕິດັ່ງກ່າວເປັນຢ່າງດີ. ໂດຍລະອຽດແມ່ນ, ກ່ອນທີ່ສູນກາງປະກາດມະຕິເລກທີ 6 ຊຸດທີ 10, ຄະນະພັກແຂວງ Ba Ria – Vung Tau ໄດ້ປະກາດໃຊ້ ແລະ ປະຕິບັດມະຕິເລກທີ 3 ທີ່ມີເນື້ອໃນຈິດໃຈຄາຍຄືກັນ. ດັ່ງນັ້ນ, ຄະນະພັກແຂວງ ແລະ ທົ່ວອົງຄະນະພັກແຂວງໄດ້ຜັນຂະຫຍາຍ ແລະ ຕອບສະໜອງຢ່າງວ່ອງໄວ ເພື່ອສູນກາງປະກາດໃຊ້ມະຕິເລກທີ 6 ຊຸດທີ 10 ເພື່ອພັດທະນາ, ສ້າງຕັ້ງອົງການຈັດຕັ້ງພັກ ໃນບັນດາວິສາຫະກິດເອກະຊົນ, ຄະນະພັກແຂວງຍັງມີຫົວຄິດປະດິດສ້າງ ສ້າງຕັ້ງ “ໜ່ວຍພັກເຄື່ອນທີ່” ເພື່ອບຳລຸງ, ຮັບສະມາຊິກພັກ, ສ້າງໜ່ວຍພັກຢູ່ບັນດາວິສາຫະກິດເຫຼົ່ານີ້. ນອກຈາກນັ້ນແລ້ວ, ທາງແຂວງຍັງເປັນເຈົ້າການສ້າງຊຸດມາດຖານຕີລາຄາຄຸນນະພາບການຈັດຕັ້ງພັກຢູ່ຂັ້ນຮາກຖານ, ພະນັກງານສະມາຊິກພັກຢ່າງລະອຽດ…