(vovworld) – ຄະນະພະນັກງານແຂວງ ເລີມດົ່ງ ໂດຍທ່ານ Nguyen Van Tien, ກຳມະການສູນກາງພັກ, ປະທານແຂວງ ນຳໜ້າ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກ ຢູ່ລາວ ແຕ່ວັນທີ 6 – 11/6. ທີ່ການເຮັດວຽກ ກັບທ່ານຮອງນາຍົກລັດຖະມົນຕີ ສປປ ລາວ ສົມສະຫວາດ ເລັ່ງສະຫວັດ, ທ່ານ Nguyen Van Tien ສະເໜີຄວາມສາມາດຮ່ວມມືລະຫວ່າງ ຫວຽດນາມ ແລະ ສປປ ລາວ ໃນການຜັນຂະຫຍາຍຮູບແບບຜະລິດຜັກສະອາດ ແລະ ດອກໄມ້ສົ່ງອອກ, ຍົກອອກທິດທາງສືບຕໍ່ຍູ້ແຮງການເຄື່ອນໄຫວຮ່ວມມືລະຫວ່າງ 2 ປະເທດ, ເພື່ອເປີດກ້ວາງຂອບຂະໜາດໃນຂົງເຂດກະສິກຳເທື່ອລະກ້າວ, ຊຸກຍູ້ການພັດທະນາທ່າແຮງຂອງແຂວງ ຈຳປາສັກ ເວົ້າສະເພາະ ແລະ ເຂດພູພຽງ ບໍລະເວນ ທາງພາກໃຕ້ຂອງລາວ ເວົ້າລວມ. ໄປຄຽງຄູ່ກັນນັ້ນ, ການນຳແຂວງ ເລີມດົ່ງ ກໍສະເໜີແຜນການຄາດຄະເນການເປີດສາຍການບິນ ແຕ່ເທດສະບານເມືອງ ປາກເຊ ເຖິງ ສະໜາມບິນ ດ່າລາດ ແລະ ກົງກັນຂ້າມ ໃນໄລຍະຈະມາເຖິງ, ຈັດຕັ້ງການແຮກສ່ຽວລະຫວ່າງເທດສະບານເມືອງ ປາກຊອງ ກັບ ນະຄອນ ດ່າລາດ ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ 2 ແຂວງ.