(vovworld) – ຕອນບ່າຍວັນທີ 13/6, ຢູ່ ຮ່າໂນ້ຍ, ທ່ານພົນໂທ ໂງຊວນລີກ, ຫົວໜ້າກົມໃໝ່ການເມືອງກອງທັບປະຊາຊົນ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບ ພົນຈັດຕະວາ ສຸບັນ ຫຸນນະຈຳປາ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ, ຫົວໜ້າຄະນະກຳມະການກວດກາພັກ, ກະຊວງປ້ອງກັນປະເທດ ລາວ, ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, 2 ຝ່າຍໄດ້ແລກປ່ຽນບາງສະພາບການຢູ່ແຕ່ລະປະເທດ, ພາກພື້ນ ແລະ ໂລກທີ່ມີຜົນສະທ້ອນເຖິງຄວາມສະຫງົບ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ 2 ປະເທດ. ພິເສດ, 2 ຝ່າຍໄດ້ແລກປ່ຽນບົດຮຽນໃນການດຳເນີນວຽກງານກວດກາພັກໃນກອງທັບຢ່າງເລິກເຊິ່ງ, ພ້ອມທັງຢືນຢັນຄວາມສຳຄັນຂອງວຽກງານກວດກາພັກໃນການສ້າງກອງທັບ. ກ່ອນໜ້ານັ້ນ, ທ່ານ ພົນຈັດຕະວາ ສຸບັນ ຫຸນນະຈຳປາ ມີການເຈລະຈາກັບທ່ານ ພົນຕີ ຫງວຽນກົ້ງຮ່ວາ, ຮອງຫົວໜ້າຜູ້ປະຈຳການຄະນະກຳມະການກວດກາຄະນະພັກທະຫານສູນກາງ.