ຄະນະ​ກຳມະການ​ຊົນ​ເຜົ່າ​ຫວຽດນາມ ຢ້ຽມຢາມລາວ

ຕອນ​ບ່າຍ​ວັນ​ທີ 28/12 ຢູ່ ນະ​ຄອນ​ຫຼວງ​ວຽງ​ຈັນ, ທ່ານ​ຮອງ​ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະຈິດ ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນ​ຂັ້ນ​ສູງ ຄະນະ​ກຳມະການ​ຊົນ​ເຜົ່າ​ຫວຽດນາມ ​ໂດຍ​ທ່ານ ຢ່າງ​​ແຊວຝື, ລັດຖະມົນຕີ, ຫົວໜ້າ​ຄະນະ​ກຳມະການ​ນຳ​ໜ້າ, ​ເນື່ອງ​ໃນ​ໂອກາດ​​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ລາວຂອງ​ຄະນະ​​ໃນ​​ວັນ​ທີ 28 ​ແລະ 29/12. ທ່ານຮອງ​ປະທານ​ປະ​ເທດ ບຸນ​ຍັງ ວໍ​ລະ​ຈິດ​ ສະ​ແດງ​ຄວາ​ມ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ໂອກາດ​ທີ່​ດີ ​ເພື່ອ​ປະຕິບັດ​ບັນດາ​ເອກະສານ​ທີ່​ໄດ້ຮັບ​ການ​ຕົກລົງ​ລະຫວ່າງ 2 ປະ​ເທດ. ​     ເລື​່ອງ 2 ຝ່າຍ​ສົ​ມທົບ​ກັນ​ຈັດ​ຕັ້ງ​ລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະ​​ບັນດາ​ຊົນ​ເຜົ່າ​ຫວຽດນາມ ​ແລະ ປະຊາຊົນບັນດາ​ເຜົ່າຂອງ​ລາວ ທີ່​ວຽງ​ຈັນ, ​​ໄດ​້ເປີດ​ສາກ​ໃຫ້​ປີ​ແຫ່ງ​ຄວາມ ສາມັກຄີ ຫວຽດນາມ - ລາວ 2012.

ຂ່າວ/ບົດ​ອື່ນ