(vovworld) – ຕາມສຳນັກຊ່າວສານຫວຽດນາມ ປະຈຳ Kuala Lumpur, ວັນທີ 01/08, ຄະນະກຳມະການບັນດາຜູ້ຕາງໜ້າປະຈຳຢູ່ອາຊຽນ (CRP) ໄດ້ຈັດກອງປະຊຸມຢູ່ສູນການຄ້າໂລກ Putra, ຢູ່ນະຄອນຫຼວງ Kuala Lumpur, ປະເທດມາເລເຊຍ ເພື່ອກະກຽມໃຫ້ກອງປະຊຸມລັດຖະມົນຕີວ່າການກະຊວງການຕ່າງປະເທດອາຊຽນ ຄັ້ງທີ 48 (AMM 48) ແລະ ບັນດາກອງປະຊຸມທີ່ກ່ຽງຂ້ອງ, ຖືກດຳເນີນໄປໃນລະຫວ່າງວັນທີ 01 – 06/08. ທີ່ ກອງປະຊຸມ AMM 48, ບັນດາລັດຖະມົນຕີຈະປຶກສາຫາລືບາງບັນຫາຄື: ການສ້າງຕັ້ງປະຊາຄົມອາຊຽນ ໃນປີ 2015; ລະດັບຄວາມຄືບໜ້າກ່ຽວກັບວິໄສທັດປະຊາຄົມອາຊຽນ ພາຍຫຼັງປີ 2015; ແລກປ່ຽນທັດທະນະກ່ຽວກັບບາງບັນຫາສາກົນ ແລະ ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ… ສິ້ນສຸດບັນດາກອງປະຊຸມ AMM 48 ແລະ ກອງປະຊຸມທີ່ກ່ຽວຂ້ອງແມ່ນເວທີປາໄສພາກພື້ນອາຊຽນຄັ້ງທີ 22, ເຊິ່ງຈະດຳເນີນໄປໃນວັນທີ 06/08, ໃນນັ້ນສຸມໃສ່ປຶກສາຫລືບັນດາບັນຫາການເມືອງ ແລະ ປ້ອງກັນຄວາມສະຫງົບຢູ່ພາກພື້ນ ແລະ ໃນໂລກ.