ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ອວຍ​ພອນວັນ​ບຸນ​ໃຫຍ່ສາ​ສະ​ໜາກາວ​ດາຍ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນບຸນໃຫຍ່ ສາສະໜາກາວດາຍ, ວັນທີ 17 ພະຈິກ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ໄດ້ສົ່ງຈົດໝາຍອວຍພອນໄປຍັງບັນດາຜູ້ມີຍົດສັກຕຳແໜ່ງ ແລະ ພໍ່ແມ່ປະຊາຊົນຖືສາສະໜາ ກາວດາຍທຸກຖ້ວນໜ້າ.

ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ອວຍ​ພອນວັນ​ບຸນ​ໃຫຍ່ສາ​ສະ​ໜາກາວ​ດາຍ - ảnh 1ທ່ານ ໂດວັນຈຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ
(ພາບ: TTXVN)

ໃນຈົດໝາຍ, ທ່ານ ໂດວັນຈຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຕີລາຄາສູງ ຕໍ່ການປະກອບສ່ວນຢ່າງຕັ້ງໜ້າ ຂອງ ບັນດາຜູ້ມີຍົດສັກຕຳແໜ່ງ ແລະ ພໍ່ແມ່ປະຊາຊົນ ທີ່ຖືສາສະໜາ ກາວດາຍ ຕໍ່ປະເທດຊາດ. ທ່ານ ໂດວັນຈຽນ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ພໍ່ແມ່ປະຊາຊົນທີ່ຖືສາສະໜາກາວດາຍ ຈະສືບຕໍ່ ເສີມຂະຫຍາຍ ບັນດາຄຸນຄ່າ ວັດທະນະທຳ,  ຄຸນສົມບັດອັນດີງາມ ຂອງ ຊາດ, ຕອບສະໜອບ ແລະ ຕັ້ງໜ້າເຂົ້າຮ່ວມຂະບວນການແຂ່ງຂັນ, ການຂົນຂວາຍທີ່ ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ປຸກລະດົມ, ພ້ອມກັບປະຊາຊົນທຸກຖ້ວນໜ້າ ປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກໃຫ້ປະສົບຜົນສຳເລັດ, ຫັນຄວາມຄາດຫວັງພັດທະນາປະເທດຊາດ ທີ່ມີຄວາມຮຸ່ງເຮືອງສີວິໄລ, ມີຄວາມຜາສຸກ ໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ