ຄະນະກຳມະການເລືອກຕັ້ງ ໄທ ປະກາດການນັບບັດຄືນໃໝ່ຢູ່ 47 ສະຖານທີ່ປ່ອນບັດ
(VOVWORLD) - ຄະນະກຳມະການເລືອກຕັ້ງ ໄທ (EC) ໃຫ້ຮູ້ວ່າ, ຈະນັບຄືນໃໝ່ຈຳນວນບັດຢູ່ 47 ໃນຈຳນວນ 95.000 ສະຖານທີ່ປ່ອນບັດຢູ່ 16 ແຂວງ, ນະຄອນໃນທົ່ວປະເທດ
ສະຖານທີ່ປ່ອນບັດເລືອກຕັ້ງຢູ່ ບາງກອກ
(ພາບປະກອບ: AFP/TTXVN)
|
ໃນແຈ້ງການວັນທີ 08 ມິຖຸນາ, ຄະນະກຳມະການເລືອກຕັ້ງ ໄທ (EC) ໃຫ້ຮູ້ວ່າ, ຈະນັບຄືນໃໝ່ຈຳນວນບັດຢູ່ 47 ໃນຈຳນວນ 95.000 ສະຖານທີ່ປ່ອນບັດຢູ່ 16 ແຂວງ, ນະຄອນໃນທົ່ວປະເທດ, ໃນນັ້ນມີນະຄອນຫຼວງ ບາງກອກ, ພາຍຫຼັງພົບເຫັນຈຳນວນບັດເລືອກຕັ້ງໃນການປ່ອນບັດທົ່ວປະເທດເຊິ່ງດຳເນີນໃນວັນທີ 15 ພຶດສະພາ ບໍ່ຖືກຕາມຕົວເລກຈຳນວນຜູ້ມີສິດເລືອກຕັ້ງມາປ່ອນບັດ. ຄາດວ່າ, ການກວດກາຄືນຈຳນວນບັດເລືອກຕັ້ງຈະດຳເນີນໃນວັນທີ 11 ມິຖຸນາ ແລະ EC ຫວັງວ່າ ຈະສາມາດປະກາດໝາກຜົນການເລືອກຕັ້ງຢ່າງເປັນທາງການໃນເດືອນນີ້.
ຄວາມແຕກຕ່າງລະຫວ່າງຈຳນວນບັດເລືອກຕັ້ງ ແລະ ຜູ້ມີສິດເລືອກຕັ້ງມີໜ້າມາປ່ອນບັດສາມາດສົ່ງຜົນສະທ້ອນເຖິງໝາກຜົນຂອງບັດເລືອກຕັ້ງຂອງແຕ່ລະຝ່າຍ, ພິເສດແມ່ນຕໍ່ກັບຈຳນວນບັດເລືອກຕັ້ງໃຫ້ບັນດາຜູ້ອອກສະໝັກເລືອກຕັ້ງຕາມບັນຊີລາຍຊື່ພັກ.