ຄະນະກຳມະການເລືອກຕັ້ງຂອງໄທສະເຫນີສານລັດຖະທຳມະນູນຕັດສິນກ່ຽວກັບເລື່ອງໂຈະການເລືອກຕັ້ງ

ຄະນະກຳມະການເລືອກຕັ້ງຂອງໄທສະເຫນີສານລັດຖະທຳມະນູນຕັດສິນກ່ຽວກັບເລື່ອງໂຈະການເລືອກຕັ້ງ - ảnh 1
ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ຍິ່ງ​ຣັກ ຊີ​ນະ​ວັດ
ພາບ:internet

(vovworld) - ຄາດ​ວ່າ​ຄຳ​ສະ​ເຫ​ນີ ສານ​ລັດຖະທຳ​ມະນູນ​ຕັດສິນ​ກ່ຽວ​ກັບ​​ເລື່ອງ​ໂຈະ​ການ​ເລືອກ​ຕັ້ງຈະ​ຖືກ​ສົ່ງ​ເຖິງ​ສານ​ໃນ​ວັນ​ທີ 22/1. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຢູ່​ແຂວງ ປະທູ​ມທາ​ນີ ​ເມື່ອ​ວັນ​ທີ 21/1, ທ່ານ ພູ​ຈົງ ນຸຕະຣາວົງ, ​ເລ​ຂາ​ນຸການ​ໃຫຍ່ ຄະນະ​ກຳມະການ​ເລືອກ​ຕັ້ງ​​ແຫ່ງ​ຊາດ​ໄທ ​ໃຫ້​ຮູ້​ວ່າ: ບັນດາ​ສະມາຊິກ​ຄະນະ​ກຳມະການ​ເລືອກ​ຕັ້ງ​ໄດ້​ເຫັນ​ດີ ຍື່ນ​​ໃບສະ​ເຫ​ນີຕໍ່​ສານ​ລັດຖະທຳ​ມະນູນ ​ເພື່ອ​ສະ​ເຫ​ນີ​ໂຈະ​ການ​ເລືອກ​ຕັ້ງ​​ໄວ້. ຕາມ​ທ່ານ ພູ​ຈົງ ນຸຕະຣາວົງ ​ແລ້ວ,​ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ໄທ ສະ​ເຫ​ນີ​ໂຈະ​ການ​ເລ​ືອກຕັ້ງ​ໄວ້ ​ເພາະວ່າ ປະຈຸ​ບັນ ມີ ສະຖານ​ທີ່​ເລືອກ​ຕັ້ງ 28 ​ແຫ່ງ​ບໍ່​ສາມາດ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ໄດ້. ສິ່ງ​ດ່ັງກ່າວ​ໄດ້​ເຮັດ​ໃຫ້​ຈຳນວນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ບໍ່​ພຽງ​ພໍ​ຕາມ​ຄວາມ​ຕ້ອງການ​ແມ່ນ​ບັນລຸ 95% ​ເພື່ອ​ຈັດ​ຕັ້ງ​ວາລະ​ປະຊຸມ​ຄັ້ງ​ປະຖົມມະ​ເລິກ​ທີ່​ສະພາ​ຕຳ່.  ນອກ​ນັ້ນ ປະຈຸ​ບັນ​ຍັງ​ຂາດ​ຜູ້​ຕິດຕາມ​ກວດກາ​ທີ່​ບັນດາ​ຫີບ​ປ່ອນ​ບັດ 50.000 ຄົນ. ທ່ານ ພູ​ຈົງ ນຸຕະຣາວົງ ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ ຂໍ້​ສະ​ເຫ​ນີ​ໂຈະ​ການ​ເລືອກ​ຕັ້ງ​ກໍ​ຕາມ ​ແຕ່​ໃນ​ໄລຍະ​ລໍຖ້າ​ຄຳ​ຕັດສິນ​ຂອງ​ສານ​ລັດຖະທຳ​ມະນູນ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ, ຄະນະ​ກຳມະການ​ເລືອກ​ຕັ້ງ​ໄທ ຍັງ​ຄົງ​ສືບ​ຕໍ່​ຊຸກຍູ້​ວຽກ​ງານ​ກະກຽມ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ດັ່ງກ່າວ.

ການ​ກະທຳ​ດັ່ງກ່າວ​ຂອງ​ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ໄທ ດຳ​ເນີນ​ໄປ​ພາຍຫລັງ​ລັດຖະບານ​ໄທ ປະກາດ​ຂໍ້​ຕົກລົງ​ຈັດ​ວາງ​ຄຳ​ສັ່ງສະພາວະ​ສຸກ​ເສີນ​ຢູ່ ບາງກອກ ​ແລະ ບັນດາ​ແຂວງ ​ໃກ້​ຄຽງ​ໃນ​ເວລາ 60 ວັນ. ຄຳ​ສັ່ງ​ດັ່ງກ່າວ​ມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ວັນ​ທີ 22/1 ​ເປັນ​ຕົ້ນ​ໄປ ​ເພື່ອ​ປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ສະ​ກັດ​ກັ້ນ​ສະພາບ​ໃຊ້​ຄວາມ​ຮຸ​ນ​ແຮງ​ທີ່​ເພີ່ມ​ຂຶ້ນ, ພິ​ເສດ​ຢູ່​ບໍລິ​ເວນ​ນະຄອນຫລວງ ບາງກອກ.

 

 

 

 

 

 

ຂ່າວ/ບົດ​ອື່ນ