ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ພົບປະກັບວົງການນັກຂ່າວ


ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ພົບປະກັບວົງການນັກຂ່າວ - ảnh 1

ທ່ານ​ຫງວຽນ​ແທງ​ເຊີນ​ທີ່​ການ​ພົບ​ປະ​ກັບ​ວົງ​ການ​ນັກ​ຂ່າວ

(ພາບ:VOV)

(vovworld)- ກອງ​ປະຊຸມ​ສະຫລຸບ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ເລກທີ 36/ມະຕິ​ສູນ​ກາງ​ພັກ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ວຽກ​ງານ​ທີ່​ມີ​ຕໍ່​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຈະ​ຖືກ​ຈດຂຶ້ນ​ໃນ​ວັນ​ທີ 20-21/5 ຈະ​ມາ​ເຖິງ​ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ຂ່າວ​ໄດ້​ຍົກ​ອອກ​ມາ​ທີ່​ການ​ພົບ​ປະກັບວົງ​ການ​ນັກ​ຂ່າວ ​ໂດຍຄະນະ​ກຳມະການ​​ແຫ່ງລັດ​ກ່ຽວ​ກັບ​ຊາວ​​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຈັດ​ຂຶ້ນ​ໃນ​ຕອນ​​ເຊົ້າວັນ​ທີ 15/5. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຫງວຽນ​ແທງ​ເຊີນ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ປະທານ ຄະນະ​ກຳມະການ​​ແຫ່ງລັດ​ກ່ຽວ​ກັບ​ຊາວ​​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ ​ໃຫ້​ຮູ້​ວ່າ:

  “​ຂ້າພະ​ເຈົ້າຖື​ວ່າ, ດ້ານ​ດີ​ທີ່​ສຸດ​ທີ່​ພວກ​ເຮົາ​ເຮັດ​ໄດ້​ໃນ​ໄລຍະ​ຜ່ານ​ມາ​ແມ່ນ​ໄດ້​ປະກາດ​ໃຊ້​ກົນ​ໄກ, ນະ​ໂຍບາຍ​ຈຳນວນ 1 ທີ່​ຕອບ​ສະໜອງ​ຄວາມ​ລໍ​ຄອຍສວ່ນ​ໃດ​ສ່ວນ​ໜຶ່ງ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ອົງການ​ສື່​ມວນ​ຊົນ​ໄດ້​ປະກອບສ່ວນ​ວິ​ເຄາະ, ​ເຮັດ​ແຈ້ງ​ຄວາມ​ຮັບຜິດຊອບ​ຂອງ​ລັດ, ລັດຖະບານ, ຂອງ​ປະຊາຊົນ​ພາຍ​ໃນ​ປະ​ເທດ​ທີ່​ມີ​ຕໍ່ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ​ແລະ ພວກ​ເຮົາ​ກໍ່​ສ່ອງ​ແສງອາລົມ​ຈິດ, ຄວາມ​ມຸ່ງ​ຫວັງ ​ແລະ ຄວາມ​ສາມາດ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ກັບປະ​ເທດ​ຊາດ​ເພື່ອ​ໃຫ້​ພັກ, ລັດຖະບານ, ລັດ​ໃຫ້​ຂໍ້​ສັງ​ເກດ​ຕີ​ລາຄາ, ບົນ​ພື້ນຖານ​ນັ້ນຈະ​ມີ​ບັນດາ​ນະ​ໂຍບາຍ​ເໝາະ​ສົມ “./.

ຂ່າວ/ບົດ​ອື່ນ